ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາ ແລະ ລົງນາມໃນຂໍ້ຕົກລົງຮ່ວມມືກັບປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ

(VOVWORLD) - ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີຮັກສາການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ຍູ້ແຮງການພົວພັນແລກປ່ຽນ, ການຮ່ວມມືໃນຊ່ອງທາງພັກ, ລັດ, ສະພາແຫ່ງຊາດ 2 ປະເທດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາ ແລະ ລົງນາມໃນຂໍ້ຕົກລົງຮ່ວມມືກັບປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ - ảnh 1(ທ່ານ ຈາວເລືອຈີ, ກຳມະການຜູ້ປະຈຳການກົມການເມືອງສູນກາງພັກກອມມູນິດ ຈີນ, ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດ ຈີນ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ)

        ໃນຂອບເຂດການຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການ, ຕອນບ່າຍວັນທີ 08 ເມສາ, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງ ປັກກິ່ງ, ຈີນ, ທ່ານ ຈາວເລືອຈີ, ກຳມະການຜູ້ປະຈຳການກົມການເມືອງສູນກາງພັກກອມມູນິດ ຈີນ, ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດ ຈີນ, ໄດ້ເປັນປະທານພິທີຕ້ອນຮັບ ແລະ ດຳເນີນການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.

        ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີຮັກສາການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ຍູ້ແຮງການພົວພັນແລກປ່ຽນ, ການຮ່ວມມືໃນຊ່ອງທາງພັກ, ລັດ, ສະພາແຫ່ງຊາດ 2 ປະເທດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ 2 ຝ່າຍຍູ້ແຮງການເຊື່ອມຕໍ່ຍຸດທະສາດພັດທະນາ, ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນຫຼາຍຂົງເຂດ; ສືບຕໍ່ເປີດກວ້າງການນຳເຂົ້າສິນຄ້າ, ຜະລິດຕະພັນກະເສດ, ສິນໃນນ້ຳຂອງ ຫວຽດນາມ; ຜັນຂະຫຍາຍການສ້າງທົດລອງດ່ານຊາຍແດນອັດສະລິຍະໃຫ້ບັນລຸປະສິດທິຜົນ; ຄົ້ນຄວ້າຮ່ວມມືກໍ່ສ້າງໂຄງການເສັ້ນທາງລົດໄຟບັນລຸມາດຕະຖານຈຳນວນໜຶ່ງຕອນ ຮ່າໂນ້ຍ - ລາວກາຍ, ຮ່າໂນ້ຍ - ກວາງນິງ, ຮ່າໂນ້ຍ - ລ້າງເຊີນ…

        ກ່ຽວກັບບັນຫາທາງທະເລ, 2 ຝ່າຍເຫັນດີຄວບຄຸມຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ສະເໜີໃຫ້ 2 ຝ່າຍຕັ້ງໜ້າຊຸກຍູ້ບັນດາກົນໄກເຈລະຈາທາງທະເລໃຫ້ບັນລຸບາດກ້າວຄືບໜ້າ, ຢ່າງແທດຈິງ, ລົງນາມໃນສັນຍາອາຊີບຫາປາໃໝ່ຢູ່ເຂດອ່າວພາກເໜືອໂດຍໄວ; ພ້ອມກັບບັນດາປະເທດ ອາຊຽນ ຊຸກຍູ້ການເຈລະຈາສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (UNCLOS) 1982.

        ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ. ຂໍ້ຕົກລົງລວມມີ 9 ມາດຕາ, ໃນນັ້ນ, 2 ຝ່າຍໄດ້ເຫັນດີສ້າງຕັ້ງກຳມາທິການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາປະຊາຊົນແຫ່ງຊາດ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ