ທ່ານປະທານາທິບໍດີ Abdel Fattah Al Sisi ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ເຈິ່ນດ້າຍກວາງ

(VOVWORLD) - ຕອນບ່າຍວັນທີ 27 ສິງຫາ, ພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຕັ້ງຢ່າງສົມກຽດຕາມພິທີສະຫງວນໃຫ້ປະມຸກລັດຢູ່ສຳນັກງານປະທານາທິບໍດີ ອີຢິບ.

ທີ່ການເຈລະຈາພາຍຫລັງພິທີຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ, ນຳພາອັນສະຫລາດສ່ອງໃສຂອງທ່ານປະທານາທິບໍດີ, ປະຊາຊົນ ອີຢິບ ຈະສືບຕໍ່ຍາດໄດ້ບັນດາຜົນງານໃຫຍ່ຫລວງກ່ວາ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ ແລະ ທ່າໄດ້ປຽບການເຕີບໂຕເສດຖະກິດ, ນຳປະເທດ ອີຢິບ ນັບມື້ນັບພັດທະນາວັດທະນາຖາວອນ. ທ່ານປະທານາທິບໍດີ Abdel Fattah Al Sisi ຢືນຢັນວ່າ: ການຢ້ຽມຢາມຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ແມ່ນເຫດການການເມືອງສຳຄັນ, ສ້າງກຳລັງໜູນ ນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນກ່ວາອີກ.

        ການນຳ 2 ທ່ານກໍ່ຮັບຮູ້ບັນດາບາດກ້າວຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງ 2 ປະເທດໃນໄລຍະມໍ່ໆມານີ້ ດ້ວຍເລື່ອງຈັດຕັ້ງກອງປະຊຸມຄັ້ງທີ 1 ຂອງອະນຸກຳມະການຮ່ວມມືກ່ຽວກັບການຄ້າ ແລະ ອຸດສາຫະກຳຢູ່ ອີຢິບ ເມື່ອເດືອນ ເມສາ ປີ 2018 ແນໃສ່ຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ຢູ່ກອງປະຊຸມຄັ້ງທີ 5 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອີຢິບ ເດືອນ ສິງຫາ ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ