ທ່ານປະທານາທິບໍດີ Donald Trump ກ່າວເຕືອນຈະມີຜົນຮ້າຍຢ້ອນຫຼັງຢ່າງຮ້າຍແຮງ ຖ້າຫາກ ອີຢູ ບໍ່ດໍາເນີນການເຈລະຈາດ້ານການຄ້າ

(VOVWORLD) -ທ່ານ Donald Trump ຖືວ່າ ອີຢູ ມີການກະທໍາບໍ່ຍຸຕິທໍາສໍາລັບ ອາເມລິກາ ແລະ ວໍຊິງຕັນ ຈະໂຕ້ຕອບດ້ວຍເລື່ອງຈັດວາງອັດຕາພາສີສໍາລັບບັນດາຜະລິດຕະພັນຂອງ ອີຢູ ທີ່ນໍາເຂົ້າປະເທດ ອາເມລິກາ.

        ວັນທີ 14 ມີີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວເຕືອນ ສະຫະພາບເອີຣົບ (ອີຢູ) ວ່າ ຈະເກີດຜົນຮ້າຍດ້ານເສດຖະກິດຢ່າງຮ້າຍແຮງ ຖ້າຫາກ ບຣຸກແຊນ ບໍ່ເຂົ້າຮ່ວມການເຈລະຈາດ້ານການຄ້າກັບ ອາເມລິກາ. ຄໍາກ່າວເຕືອນດັ່ງກ່າວຖືກຍົກອອກມາ ພາຍຫຼັງ ໃນວັນດຽວກັນ ລັດຖະສະພາເອີຣົບ (EP) ໄດ້ຄັດຄ້ານກ່ຽວກັບ ເລື່ອງ ອີຢູ ກັບຄືນສູ່ການເຈລະຈາດ້ານການຄ້າກັບ ວໍຊິງຕັນ, ຕາມນັ້ນແລ້ວ ໄດ້ສົ່ງຜົນກະທົບຕໍ່ບັນດາຄວາມມານະພະຍາຍາມເພື່ອຫຼີກລ້ຽງສົງຄາມການຄ້າລະຫວ່າງສອງຝ່າຍ. ທ່ານ Donald Trump ຖືວ່າ ອີຢູ ມີການກະທໍາບໍ່ຍຸຕິທໍາສໍາລັບ ອາເມລິກາ ແລະ ວໍຊິງຕັນ ຈະໂຕ້ຕອບດ້ວຍເລື່ອງຈັດວາງອັດຕາພາສີສໍາລັບບັນດາຜະລິດຕະພັນຂອງ ອີຢູ ທີ່ນໍາເຂົ້າປະເທດ ອາເມລິກາ.

        ກ່ອນໜ້ານັ້ນ, ດ້ວຍບັດຄ້ານ 223 ບັດ, ບັດສະໜັບສະໜູນ 198 ບັດ ແລະ ບັດຂາວ 37 ບັດ, EP ໄດ້ຕ້ານຄືນເລື່ອງມອບສິດໃຫ້ ອີຢູ ເລີ່ມຕົ້ນການເຈລະຈາກ່ຽວກັບດ້ານການຄ້າ ກັບ ອາເມລິກາ . ເຖິງວ່າ EP ພຽງແຕ່ສວມບົດບາດເປັນທີ່ປຶກສາ ທີ່ກ່ຽວຂ້ອງເຖິງການເຈລະຈາຂອງ ອີຢູ ເທົ່ານັ້ນ, ແຕ່ ອົງການດັ່ງກ່າວ ຈະມີສຽງເວ້ົາສຸດທ້າຍ ກໍ່ຕໍ່ເມື່ອບັນລຸໄດ້ຂໍ້ຕົກລົງ.


ຕອບກັບ

ຂ່າວ/ບົດ​ອື່ນ