ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ຢັ້ງ​ຢືນ ​ການ​ສູ້​ຮົບ​ຂອງ ອາ​ເມ​ລິ​ກາ ຢູ່ ອາບ​ກາ​ນິດ​ສະ​ຖານ ໄດ້​ສິ້ນ​ສຸດ​ລົງ​ນັບ​ແຕ່​ຄ​່ຳ​ຄືນ​ວັນ​ທີ 30 ສິງ​ຫາ

(VOVWORLD) -ຕອນບ່າຍວັນທີ 31 ສິງຫາ, ຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີບົດກ່າວປາໄສຕໍ່ປະຊາຊົນ ອາເມລິກາ ເພື່ອແຈ້ງກ່ຽວກັບການສິ້ນສຸດສົງຄາມຂອງ ວໍຊິງຕັນ ຢູ່ ອາບການິດສະຖານ ທີ່ແກ່ຍາວເປັນເວລາ 20 ປີ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ຢັ້ງ​ຢືນ ​ການ​ສູ້​ຮົບ​ຂອງ ອາ​ເມ​ລິ​ກາ ຢູ່ ອາບ​ກາ​ນິດ​ສະ​ຖານ ໄດ້​ສິ້ນ​ສຸດ​ລົງ​ນັບ​ແຕ່​ຄ​່ຳ​ຄືນ​ວັນ​ທີ 30 ສິງ​ຫາ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: AP)

ທ່ານປະທານາທິບໍດີ Joebiden  ກໍຖະແຫຼງວ່າ ທຳນຽບຂາວ ຈະສືບຕໍ່ປະຕິບັດບັນດາຄວາມມານະພະຍາຍາມທາງການທູດ ເພື່ອຍົກຍ້າຍພົນລະເມືອງ ອາເມລິກາ ທີ່ປັດຈຸບັນຍັງຢູ່ ອາບການິດສະຖານ ອອກຈາກປະເທດນີ້ ຖ້າຫາກວ່າ ເຂົາເຈົ້າມີຄວາມຕ້ອງການ ແລະ ຢັ້ງຢືນວ່າ ຈະບໍ່ມີກຳນົດເວລາສຸດທ້າຍຕໍ່ການຍົກຍ້າຍນີ້. ຕາມທ່ານປະທານາທິບໍດີ Joe Biden ແລ້ວ, ເຖິງວ່າບັນດາພົນທະຫານ ອາເມລິກາ ໄດ້ອອກຈາກ ອາບການິດສະຖານ ແລ້ວກໍຕາມ, ແຕ່ອຳນາດການປົກຄອງຂອງທ່ານຈະມານະພະຍາຍາມເພື່ອຮັບປະກັນໃຫ້ ຕາລີບານ ເຄົາລົບບັນດາຄຳໝັ້ນສັນຍາຂອງເຂົາເຈົ້າ, ລວມທັງການສ້າງເງື່ອນໄຂໃຫ້ຜູ້ຄົນທີ່ຢາກອອກຈາກປະເທດອາຊີຕາເວັນຕົກສຽງໃຕ້ນີ້ໄດ້ຢ່າງປອດໄພ.

ທ່ານປະທານາທິບໍດີ Joe Biden ກໍກ່າວເຕືອນວ່າ ຍັງບໍ່ທັນສຳເລັດການໂຕ້ຕອບອົງການແຫ່ງລັດ ອິດສະລາມ ອ້າງຊື່ເອງຢູ່ ອາບການິດສະຖານ (ISIS – K), ກຸ່ມປະຕິບັດເຫດວາງລະເບີດສະຫຼະຊີບ ທີ່ເຮັດໃຫ້ພົນທະຫານ 13 ຄົນ ແລະ ສາມັນຊົນ ອາບການິດສະຖານປະມານ 170 ຄົນ ເສຍຊີວິດໃນວັນທີ 26 ສິງຫາ ຜ່ານມາ.

ຮຸຍຮວ່າງ - ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ