ທ່ານປະທານາທິບໍດີ Joe Biden ສະເໜີການເລືອກຕັ້ງປະທານ ແລະ ຮອງປະທານກົມສະສົມສະຫະລັດອາເມລິກາ

(VOVWORLD) -ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ສະເໜີທ່ານ Jerome Powell ຮັບດຳລົງຕຳແໜ່ງປະທານກົມສະສົມສະຫະລັດອາເມລິກາ (FED) ຄືນໃໝ່ ເພື່ອຮັກສາ “ຄວາມສະຖຽນລະພາບ ແລະ ເອກະລາດ” ຂອງທະນາຄານສູນກາງ
ທ່ານປະທານາທິບໍດີ Joe Biden ສະເໜີການເລືອກຕັ້ງປະທານ ແລະ ຮອງປະທານກົມສະສົມສະຫະລັດອາເມລິກາ - ảnh 1ທ່ານປະທານາທິບໍດີອາເມລິກາ Joe Biden
(ພາບ: AFP)

ວັນທີ 22 ພະຈິກ, ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ສະເໜີທ່ານ Jerome Powell ຮັບດຳລົງຕຳແໜ່ງປະທານກົມສະສົມສະຫະລັດອາເມລິກາ (FED) ຄືນໃໝ່ ເພື່ອຮັກສາ “ຄວາມສະຖຽນລະພາບ ແລະ ເອກະລາດ” ຂອງທະນາຄານສູນກາງ, ໃນສະພາບປະເທດ ອາເມລິກາ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃນເສັ້ນທາງຟື້ນຟູເສດຖະກິດຢ່າງຮອບດ້ານ. ທ່ານນາງປະທານາທິບໍດີ Joe Biden ກໍ່ສະເໜີຜູ້ວ່າການ Lael Brainard, ສະມາຊິກໜຶ່ງດຽວຂອງພັກປະຊາທິປະໄຕໃນສະພາຄຸ້ມຄອງບໍລິຫານກົມສະສົມສະຫະລັດອາເມລິກາ ຮັບດຳລົງຕຳແໜ່ງຮອງປະທານ.

        ທ່ານ Powell, ອາຍຸ 68 ປີ, ມີປະສົບການບໍລິຫານຂະແໜງການເງິນເປັນເວລາຫຼາຍປີ. ໃນຂະນະນັ້ນ, ທ່ານນາງ Brainard, ອາຍຸ 59 ປີ, ເຄີຍເປັນຜູ້ໃຫ້ຄຳປຶກສາດ້ານເສດຖະກິດ ແລະ ການຄ້າແຖວໜ້າໃຫ້ແກ່ທ່ານອະດີດປະທານາທິບໍດີ Bill Clinton.

ຕອບກັບ

ຂ່າວ/ບົດ​ອື່ນ