ທ່ານປະທານາທິບໍດີ ຟີລິບປີນ Duterte ປົກປ້ອງຄຳຕັດສິນກ່ຽວກັບທະເລຕາເວັນອອກປີ 2016

(VOVWORLD) - ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 75 ດຳເນີນໃນວັນທີ 22 ກັນຍາ, ທ່ານປະທານາທິບໍດີ ຟີລິບປີນ Rodgrigo Duterte ມີບົດກ່າວຄຳເຫັນ ໃນນັ້ນ “ເດັດດ່ຽວປະຕິເສດບັນດາຄວາມມານະພະຍາມມ້າງທຳລາຍ” ຄຳຕັດສິນກ່ຽວກັບທະເລຕາເວັນອອກ.
ທ່ານປະທານາທິບໍດີ ຟີລິບປີນ Duterte ປົກປ້ອງຄຳຕັດສິນກ່ຽວກັບທະເລຕາເວັນອອກປີ 2016 - ảnh 1ທ່ານປະທານາທິບໍດີ ຟີລິບປີນ Rodgrigo Duterte (ພາບ:  UNTV)

ໃນບົດກ່າວປາໄສທາງອອນລາຍຂອງຕົນ, ທ່ານປະທານາທິບໍດີ ຟີລິບປີນ ເນັ້ນໜັກວ່າ ຄຳຕັດສິນຂອງສານຕຸລາການປີ 2016 ໃນນັ້ນ ປະຕິເສດຄຳຮຽກທວງສິດຂອງ ປັກກິງ ສຳລັບເນື້ອທີ່ສ່ວນຫລາຍຢູ່ທະເລຕາເວັນອອກແມ່ນ "ບໍ່ອາດປະນີປະນອມ". ທ່ານ Duterte ຢືນຢັນວ່າ: ຟີລິບປີນ “ເດັດດ່ຽວປະຕິເສດບັນດາຄວາມມານະພະຍາຍາມມ້າງທຳລາຍ” ຄຳຕັດສິນດັ່ງກ່າວ.

        ຄຳຕັດສິນກ່ຽວກັບທະເລຕາເວັນອອກປີ 2016 ແມ່ນສ່ວນໜຶ່ງຂອງກົດໝາຍສາກົນ ທີ່ໄດ້ຍົກອອກມາໂດຍອີງໃສ່ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ໃນນັ້ນ ຖືວ່າ: ຄຳຮຽກທວງສິດກ່ຽວກັບ “ເສັ້ນ 9 ຕອນ” ຂອງ ຈີນ ແມ່ນບໍ່ມີພື້ນຖານນິຕິທຳ.

ຕອບກັບ

ຂ່າວ/ບົດ​ອື່ນ