ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ ຍຸບ​ເລີກ​ສະ​ພາ​ແຫ່ງ​ຊາດ ເພື່ອ​ດຳ​ເນີນ​ການ​ເລືອກ​ຕັ້ງ​ໄວ

(VOVWORLD) -  ທ່ານປະທານາທິບໍດີຄົນໃໝ່ຕາມ ລັດທິ ມາກ ຂອງ ສີລັງກາ, Anura Kumara Dissanayake ໄດ້ຖະແຫຼງຍຸບເລີກສະພາແຫ່ງຊາດປະເທດນີ້ ໃນວັນທີ 24 ກັນຍາ ແລະ ຮຽກຮ້ອງໃຫ້ດຳເນີນການເລືອກຕັ້ງໄວໃນວັນທີ 14 ພະຈິກ, ກ່ອນເກືອບ 1 ປີ ເມື່ອທຽບໃສ່ແຜນການ. 
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ ຍຸບ​ເລີກ​ສະ​ພາ​ແຫ່ງ​ຊາດ ເພື່ອ​ດຳ​ເນີນ​ການ​ເລືອກ​ຕັ້ງ​ໄວ - ảnh 1ທ່ານປະທານາທິບໍດີຄົນໃໝ່ຕາມ ລັດທິ ມາກ ຂອງ ສີລັງກາ, Anura Kumara Dissanayake (ພາບ: Getty Images)

 ຕາມແຈ້ງການທາງການຂອງລັດຖະບານ ສີລັງກາ, ທ່ານປະທານາທິບໍດີ Dissanayake ໄດ້ອອກຄຳສັ່ງໃຫ້ສະພາແຫ່ງຊາດໃໝ່ ຈັດຕັ້ງວາລະປະຊຸມປະຖົມມະລຶກໃນວັນທີ 21 ພະຈິກ, ເມື່ອທ່ານຍຸບເລີກສະພາແຫ່ງຊາດ ລວມມີສະມາຊິກ 225 ທ່ານ, ໃນນັ້ນ ພັກແນວໂຮມປົດປ່ອຍປະຊາຊົນ ຂອງທ່ານ ມີພຽງແຕ່ 3 ບ່ອນນັ່ງ.

        ນີ້ແມ່ນການເລືອກຕັ້ງຄັ້ງທຳອິດ ນັບແຕ່ເມື່ອພື້ນຖານເສດຖະກິດ ສີລັງກາ ລົ້ມລະລາຍເມື່ອປີ 2022 ຍ້ອນສະພາບການຂາດແຄນເງິນຕາຕ່າງປະເທດຢ່າງໜັກໜ່ວງ, ເຮັດໃຫ້ສີລັງກາ ບໍ່ສາມາດຊຳລະແກ່ການນຳເຂົ້າສິນຄ້າປະເພດຕ່າງໆທີ່ຈຳເປັນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ