ທ່ານປະທານາທິບໍດີ ສ.ເກົາຫຼີ ມີຄວາມປະເອີບໃຈກ່ຽວກັບຄວາມອາດສາມາດຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

(VOVWORLD) -ຍັງບໍ່ມີຫຍັງແນ່ນອນເທື່ອສໍາລັບກອງປະຊຸມນັ້ນ

ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຢັ້ງຢືນວ່າ ການຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 4 ກັບ ການນໍາ ສປປ.ເກົາຫຼີ Kim Jong-un ໃນເດືອນ ມິຖຸນາ ບໍ່ແມ່ນສິ່ງທີ່ເປັນໄປບໍ່ໄດ້ ແລະ ສິ່ງດັ່ງກ່າວ ແມ່ນຂຶ້ນກັບທ່ານ Kim Jong-un ທັງໝົດ. ຄໍາຖະແຫຼງການດັ່ງກ່າວ ໄດ້ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວຮ່ວມຢູ່ Oslo, ພາຍຫຼັງການເຈລະຈາກັບທ່ານນາຍົກລັດຖະມົນຕີ ນອກແວ Erna Solberg. ທ່ານປະທານາທິບໍດີ ສ.ເກົາຫຼີ  ຖືວ່າ ຍັງບໍ່ມີຫຍັງແນ່ນອນເທື່ອສໍາລັບກອງປະຊຸມນັ້ນ, ແຕ່ມັນອາດຈະເກີດຂຶ້ນໄດ້, ເພາະວ່າ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ມີປະສົບການໃນການຊັບຊ້ອນບັນດາການພົບປະສຸດຍອດຢ່າງວ່ອງໄວ. ຕາມທ່ານ ປະທານາທິບໍດີ Moon Jae –in ແລ້ວ, ວັນເວລາຊັດເຈນ ແມ່ນການນໍາ ສປປ.ເກົາຫຼີ Kim Jong-un ເປັນຜູ້ຕັດສິນ./.


ຕອບກັບ

ຂ່າວ/ບົດ​ອື່ນ