ທ່ານປະທານາທິບໍດີ ອາເມລິກາ Joe Biden ລົງນາມຮ່າງກົດໝາຍງົບປະມານຊົ່ວຄາວຊ່ວຍລັດຖະບານບໍ່ຕ້ອງປິດປະຕູ

(VOVWORLD) - ພາຍຫຼັງທີ່ສະພາແຫ່ງຊາດຮັບຮອງເອົາ, ທ່ານປະທານາທິບໍດີ Biden ໄດ້ລົງນາມຮ່າງກົດໝາຍສະໜອງງົບປະມານໄລຍະສັ້ນ ຊ່ວຍໃຫ້ລັດຖະບານສືບຕໍ່ເຄື່ອນໄຫວໃນໄລຍະຈະມາເຖິງ.
ທ່ານປະທານາທິບໍດີ ອາເມລິກາ Joe Biden ລົງນາມຮ່າງກົດໝາຍງົບປະມານຊົ່ວຄາວຊ່ວຍລັດຖະບານບໍ່ຕ້ອງປິດປະຕູ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden
(ພາບ:AFP/TTXVN)

ວັນທີ 1 ມີນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ລົງນາມຮ່າງກົດໝາຍງົບປະມານຊົ່ວຄາວຊ່ວຍລັດຖະບານສະຫະລັດ ບໍ່ຕ້ອງປິດປະຕູ.

        ພາຍຫຼັງທີ່ສະພາແຫ່ງຊາດຮັບຮອງເອົາ, ທ່ານປະທານາທິບໍດີ Biden ໄດ້ລົງນາມຮ່າງກົດໝາຍສະໜອງງົບປະມານໄລຍະສັ້ນ ຊ່ວຍໃຫ້ລັດຖະບານສືບຕໍ່ເຄື່ອນໄຫວໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ງົບປະມານຈະໄດ້ເພີ່ມເຕີມຮອດວັນທີ 8 ມີນາ ສຳລັບກະຊວງກະສິກຳ, ຍຸຕິທຳ, ການຄ້າ, ພະລັງງານ, ກະຊວງພາຍໃນ, ຄົມມະນາຄົມ, ເຄຫາ ແລະ ພັດທະນາຕົວເມືອງ. ໃນຂະນະນັ້ນ, ບັນດາກະຊວງຄື: ກະຊວງແຮງງານ, ກະຊວງການສຶກສາ, ສາທາລະນະສຸກ ແລະ ບັນດາບໍລິການຮັບໃຊ້ຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບພາຍໃນ ແລະ ກະຊວງປ້ອງກັນປະເທດ ຈະໄດ້ຮັບງົບປະມານເພີ່ມເຕີມເພື່ອເຄື່ອນໄຫວຮອດວັນທີ 22 ມີນາ.

        ທ່ານປະທານາທິບໍດີ Joe Biden ເນັ້ນໜັກວ່າ: ຮ່າງກົດໝາຍສະບັບນີ້ເພື່ອແນໃສ່ຫຼີກລ້ຽງໃຫ້ລັດຖະບານບໍ່ຕ້ອງປິດປະຕູ ແລະ ເພື່ອໃຫ້ສະພາແຫ່ງຊາດມີເວລາເພື່ອເຈລະຈາບັນດາຮ່າງກົດໝາຍງົບປະມານໃຫ້ປີການເງິນ 2024 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ