ທ່ານ​ປະ​ທາ​ນາ​ທິບໍ​ດີ ອາ​ເມ​ລິ​ກາ Joe Biden ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼ​ນ Volodymyr Zelensky ​ປຶກ​ສາ​ຫາ​ລື​ແຜນ​ການ​ມຸ່ງ​ໄປ​ເຖິງ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ

(VOVWORLD) - ວັນທີ 26 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ພົບປະກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky  ຢູ່ທຳນຽບຂາວເພື່ອປຶກສາຫາລືກ່ຽວກັບການໜູນຊ່ວຍຂອງ ອາເມລິກາໃຫ້ແກ່ຢູແກຼນ.

ທ່ານປະທານາທາບໍດີ Joe Biden ໄດ້ແຈ້ງໃຫ້ຊາບກ່ຽວກັບການຕັດສິນໃຈເພີ່ມທະວີການໜູນຊ່ວຍດ້ານຄວາມໝັ້ນຄົງໃຫ້ແກ່ Kiev, ໃນຂະນະທີ່ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky  ນຳສະເໜີແຜນການມຸ່ງໄປເຖິງການຢຸດຕິການປະທະກັນໃນປັດຈຸບັນ ລະຫວ່າງ ຢູແກຼນ ແລະ ລັດເຊຍ. ສອງຝ່າຍກໍ່ໄດ້ປຶກສາຫາລື ບັນດາແງ່ມູມດ້ານ ການຕ່າງປະເທດ, ເສດຖະກິດ ແລະ ການທະຫານໃນແຜນການຂອງທ່ານປະທານາທິບໍດີ Zelensky, ມອບໃຫ້ບັນດາເຈົ້າໜ້າທີ່ສືບຕໍ່ແລກປ່ຽນກ່ຽວກັບບັນດາບາດກ້າວຕໍ່ໄປ.

ຄາດວ່າໃນວັນທີ 12 ຕຸລາຈະມາເຖິງ, ທ່ານປະທານາທິບໍດີ Joe Biden ຈະເປັນປະທານການພົບປະສຸດຍອດກຸ່ມພົບປະຢູແກຼນ ຢູ່ເຢຍລະມັນ, ຕາມນັ້ນແລ້ວ, ສອງຝ່າຍຈະສືບຕໍ່ແລກປ່ຽນບັນດາຄວາມຄືບໜ້າ ໃນການປຶກສາຫາລື ແລະ ສົມທົບກັບບັນດາຄູ່ຮ່ວມມືກ່ຽວກັບການໜູນຊ່ວຍເພີ່ມເຕີມໃຫ້ແກ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ