ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ກາດໃຊ້​ລັດ​ຖະ​ດຳ​ລັດວ່າ​ດ້ວຍ​ການ​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ການ​ນຳ​ໃຊ້​ປືນ​ຢ່າງ​ເຄັ່ງ​ຄັດ

(VOVWORLD) -ວັນທີ 14 ມີນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດໃຊ້ລັດຖະດຳລັດວ່າດ້ວຍການເພີ່ມທະວີການກວດກາຊີວະປະຫວັດຂອງຜູ້ຊື້ປືນ. ນີ້ແມ່ນການກະທຳຫຼ້າສຸດໃນນະໂຍບາຍຄວບຄຸມການນຳໃຊ້ປືນ ເຊິ່ງລັດຖະບານປະເທດນີ້ຖືວ່າ ຮອບດ້ານທີ່ສຸດ ໂດຍບໍ່ຕ້ອງໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ກາດໃຊ້​ລັດ​ຖະ​ດຳ​ລັດວ່າ​ດ້ວຍ​ການ​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ການ​ນຳ​ໃຊ້​ປືນ​ຢ່າງ​ເຄັ່ງ​ຄັດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ:  Reuters)

ເນື້ອໃນຫຼັກໆຂອງລັດຖະດຳລັດສະບັບນີ້ ແມ່ນສຸມໃສ່ການເປີດກວ້າງຂອບເຂດການກວດກາຊີວະປະຫວັດຜູ້ຊື້ປືນ ເພື່ອແນໃສ່ສະກັດກັ້ນອາດຊະຍາກອນ ຫຼືບັນດາເປົ້າໝາຍທີ່ມີການກະທຳທາລຸນນຳໃຊ້ປືນ, ລັດຖະດຳລັດດັ່ງກ່າວກໍຮຽກຮ້ອງໃຫ້ຮ້ານຈຳໜ່າຍປືນທີ່ໄດ້ຮັບອະນຸຍາດແລ້ວ ກໍຕ້ອງປະຕິບັດຂັ້ນຕອນການກວດກາຊີວະປະຫວັດກໍຄືຂໍ້ສະແນະສຳລັບບຸກຄົນທີ່ນອນໃນເປົ້າໝາຍຕ້ອງກວດກາຊີວະປະຫວັດ ຢ່າງຄົບຖ້ວນ. ນອກຈາກນັ້ນແລ້ວ, ລັດຖະດຳລັດສະບັບນີ້ກໍເລັ່ງໃສ່ກຸ່ມບໍລິສັດຜະລິດປືນຢູ່ ອາເມລິກາ ເມື່ອຮຽກຮ້ອງຄະນະກຳມະການການຄ້າສະຫະລັດ ຕີລາຄາການເຄື່ອນໄຫວໂຄສະນາປືນໃຫ້ປະຊາຊົນ ອາເມລິກາ, ນັບທັງເປົ້າໝາຍທີ່ເປັນເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ