ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ແລະ ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົ​ນ​ຕີ ອັງ​ກິດ ພົບ​ປ​ະ​ກັນ ຢູ່ນອກກອງ​ປະ​ຊຸມສຸດຍອດ G 20

(VOVWORLD) - ທ່ານປະທານາທິບໍດີ Putin ແລະ ທ່ານນາງນາຍົກລັດຖະມົນຕີ May ຈະປຶກສາຫາລືກ່ຽວສະພາບການໃນປັດຈຸບັນຂອງການພົວພັນສອງຝ່າຍ ແລະ ວາງອອກບັນດາມາດຕະການເຊິ່ງອາດຈະຫັນການເຈລະຈາທາງການເມືອງລະຫວ່າງ ສອງປະເທດ ເປັນປົກກະຕິ.


ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ແລະ ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົ​ນ​ຕີ ອັງ​ກິດ ພົບ​ປ​ະ​ກັນ ຢູ່ນອກກອງ​ປະ​ຊຸມສຸດຍອດ G 20 - ảnh 1ທ່ານ ປະທານາທິບໍດີລັດເຊຍ Vladimir Putin ພົບປະກັບທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa Mayໃນປີ 2017 (ພາບ: Getty/TTXVN)

ວັນທີ 26 ມິຖຸນາ, ທ່ານ Yury Ushakov ຜູ້ຊ່ວຍວຽກຂອງທ່ານປະທານາທິບໍດີລັດເຊຍ Vladimir Putin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Vladimir Putin ມີແຜນການພົບປະກັບທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຢູ່ນອກກອງປະຊຸມສຸດຍອດ G20 ໃນຕອນເວລາ 17 ໂມງ (ຕາມເວລາ ທ້ອງຖິ່ນ) ຂອງວັນທີ 28 ມິຖຸນາ ຢູ່ ນະຄອນ Osaka, ຍີ່ປຸ່ນ.

ຕາມທ່ານ Ushakov ແລ້ວ, ທ່ານປະທານາທິບໍດີ Putin ແລະ ທ່ານນາງນາຍົກລັດຖະມົນຕີ May ຈະປຶກສາຫາລືກ່ຽວສະພາບການໃນປັດຈຸບັນຂອງການພົວພັນສອງຝ່າຍ ແລະ ວາງອອກບັນດາມາດຕະການເຊິ່ງອາດຈະຫັນການເຈລະຈາທາງການເມືອງລະຫວ່າງ ສອງປະເທດ ເປັນປົກກະຕິ.

ໃນຂະນະນັ້ນ, ສຳນັກຂ່າວສານ Reuters ກໍ່ໄດ້ຄັດສະເໜີແຫຼ່ງຂ່າວຈາກຫ້ອງວ່າການຂອງທ່ານນາຍົກລັດຖະມົນຕີເພື່ອອັງກິດຢັ້ງຢືນຂໍ້ມູນດັ່ງກ່າວ, ພ້ອມທັງເນັ້ນໜັກວ່າ ການພົບປະຈະມາເຖິງບໍ່ມີຄວາມໝາຍດຽວກັບກັບການຫັນການພົວພັນລະຫວ່າງ ລອນດອນ ແລະ ມົດສະກູ ເປັນປົກກະຕິ. ທີ່ການພົບປະ, ທ່ານນາງ May ຈະແຈ້ງໃຫ້ທ່ານ Putin ຊາບວ່າ ລອນດອນ ພ້ອມແລ້ວທີ່ຈະມີການພົວພັນອື່ນໆກັບ ລັດເຊຍ ດ້ວຍເງື່ອນໄຂທີ່ວ່າ ມົດສະກູ ປ່ຽນແປງຫຼັກໝັ້ນຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ