ທ່ານພົນເອກ ຟານວັນຢາງ ພົບ​ປະ​ກັບ​ຮອງ​ປະ​ທານຄະນະພັກການທະຫານສູນກາງ ຈີນ

(VOVWORLD) - ສອງຝ່າຍເຫັນດີເປັນເອກະພາບ ໃນໄລຍະຈະມາເຖິງຈະສືບຕໍ່ຮັກສາ, ເພີ່ມທະວີ ແລະ ພັດທະນາບັນດາເນື້ອໃນຮ່ວມມືທີ່ໄດ້ເປັນເອກະພາບ.
ທ່ານພົນເອກ ຟານວັນຢາງ ພົບ​ປະ​ກັບ​ຮອງ​ປະ​ທານຄະນະພັກການທະຫານສູນກາງ ຈີນ - ảnh 1

(ພາບ: VOV)

    ວັນທີ 13 ກັນຍາ, ຢູ່ນະຄອນຫຼວງ ປັກກິງ, ປະເທດຈີນ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະກັບທ່ານ ຈາງຢຽວເຊຍ ຮອງປະທານຄະນະພັກການທະຫານສູນກາງ ຈີນ ເນື່ອງໃນໂອກາດມາເຂົ້າຮ່ວມ ເວທີປາໄສ ຊ່ຽງຊ່ານ ປັກກິງ ຄັ້ງທີ 11 ຈັດຂຶ້ນຢູ່ ປັກກິງ. ນະທີ່ນີ້, , ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ຍາມໃດຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ກຽມພ້ອມກັບຝ່າຍ ຈີນ ຫັນເປັນລະອຽດ ຄວາມຮັບຮູ້ສຳຄັນໂດຍການນຳສອງພັກ, ສອງລັດໄດ້ເຫັນດີເປັນເອກະສັນ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບໃຫ້ແທດຈິງກ່ວາ.

  ສອງຝ່າຍເຫັນດີເປັນເອກະພາບ ໃນໄລຍະຈະມາເຖິງຈະສືບຕໍ່ຮັກສາ, ເພີ່ມທະວີ ແລະ ພັດທະນາບັນດາເນື້ອໃນຮ່ວມມືທີ່ໄດ້ເປັນເອກະພາບ, ຜ່ານນັ້ນ ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ