ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບລັດຖະມົນຕີຮັບຜິດຊອບກິດຈະການການຕ່າງປະເທດ ແອັດສະປາຍ

(VOVWORLD) - ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ 2 ຝ່າຍເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບລັດຖະມົນຕີຮັບຜິດຊອບກິດຈະການການຕ່າງປະເທດ ແອັດສະປາຍ - ảnh 1ທີ່ການຕ້ອນຮັບ
(ພາບ: Baoquocte.vn)

        ຕອນບ່າຍວັນທີ 16 ເມສາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທີ່ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຕ້ອນຮັບທ່ານ Diego Martinez Belio, ລັດຖະມົນຕີຮັບຜິດຊອບກິດຈະການການຕ່າງປະເທດ ແລະ ບັນດາບັນຫາທົ່ວໂລກ ແອັດສະປາຍ ຄັ້ງທີ 5.

        ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ 2 ຝ່າຍເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ; ຮັກສາກົນໄກທາບທາມຄວາມເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດເປັນປະຈຳ; ສົມທົບກັນກວດກາ ແລະ ຍົກລະດັບບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ 2 ກະຊວງການຕ່າງປະເທດ ແລະ ໂຄງການເຄື່ອນໄຫວລວມລະຫວ່າງລັດຖະບານ 2 ປະເທດ. ກ່ຽວກັບດ້ານການຄ້າ - ການລົງທຶນ, ທ່ານສະເໜີໃຫ້ 2 ຝ່າຍສືບຕໍ່ຜັນຂະຫຍານສັນຍາການຄ້າເສລີສະຫະພາບເອີລົບ (ອີຢູ) - ຫວຽດນາມ (EVFTA) ໃຫ້ບັນລຸປະສິດທິຜົນ, ນຳວົງເງິນການຄ້າ 2 ຝ່າຍຈາກ 4 ຕື້ USD ໃນປະຈຸບັນ ຂຶ້ນເປັນ 5 ຕື້ USD ໂດຍໄວ…

        ແບ່ງປັນກັບບັນດາຂໍ້ສະເໜີຂອງທ່ານລັດຖະມົນຕີ ບຸຍແທັງເຊີນ, ທ່ານລັດຖະມົນຕີ Diego Martinez Belio, ຢືນຢັນວ່າ, ແອັດສະປາຍ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດ, ຄື: ພື້ນຖານໂຄງລ່າງຄົມມະນາຄົມ, ວິທະຍາສາດ, ເຕັກໂນໂລຊີ, ວັດທະນະທຳ, ກິລາ, ທ່ອງທ່ຽວ…

ຕອບກັບ

ຂ່າວ/ບົດ​ອື່ນ