ທ່ານຫງວຽນຊວນຟູ໋ກນາຍົກລັດຖະມົນຕີຫວຽດນາມເປັນເຈົ້າພາບພິທີສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນຄົບຮອບ50ປີ

(VOVWORLD) -ຕອນບ່າຍວັນທີ 08 ສິງຫາ, ທີ່ຮ່າໂນ້ຍ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ພັນລະຍາ ເປັນເຈົ້າພາບຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 50ປີ ແລະ ວັນ ຫວຽດນາມເຂົ້າຮ່ວມ ອາຊຽນ ຄົບຮອບ 22 ປີ.
ທ່ານຫງວຽນຊວນຟູ໋ກນາຍົກລັດຖະມົນຕີຫວຽດນາມເປັນເຈົ້າພາບພິທີສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນຄົບຮອບ50ປີ - ảnh 1 (ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ)

ເຂົ້າຮ່ວມພິທີ, ຝ່າຍ ຫວຽດນາມ ມີ ບັນດາຮອງນາຍົກລັດຖະມົນຕີ ແລະ ພັນລະຍາ, ບັນດາລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາອະດີດຜູ້ນຳລັດ, ລັດຖະບານ ແລະ ອະດີກການນຳກະຊວງການຕ່າງປະເທດຜ່ານໄລຍະຕ່າງໆ, ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການ, ອົງການສູນກາງ, ແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ. ຝ່າຍຄະນະທູຕານຸທູດ, ມີທ່ານ Jorge Rondon Uzcategui ເອກອັກຄະລັດຖະທູດ ເວເນຊູລາ ປະຈຳ ຫວຽດນາມ, ທ່ານ Noel Servigon ຫົວໜ້າຄະນະທູຕານູທູດ, ເອກອັກຄະລັດຖະທູດ ປະເທດ ສາທາລະນະລັດ ຟີລິບປີນ ປະຈຳ ຫວຽດນາມ ພ້ອມກັບບັນດາ ເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ຢູ່ ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ທົບທວນຄືນບັນດາໝາກຜົນຂອງ ອາຊຽນ ໃນໄລຍະແຫ່ງການພັດທະນາເຄິ່ງສະຕະວັດທີ່ຜ່ານມາ. ປັດຈຸບັນ, ອາຊຽນໄດ້ກາຍເປັນປະຊາຄົມສາມັກຄີ, ໝັ້ນຄົງເຂັ້ມແຂງ, ເຄື່ອນໄຫວບົນພື້ນຖານລະບຽບກົດໝາຍ, ສະໜິດຕິດພັນຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງໃນທຸກໆຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ, ມີບົດບາດ ແລະ ທີ່ຕັ້ງບົດບາດນັບມື້ນັບເພີ່ມຂຶ້ນຢູ່ໃນພາກພື້ນ ແລະ ໃນໂລກ. ເນັ້ນໜັກວ່າ ອາຊຽນພວມເປັນເຈົ້າຊາຕະກຳຂອງຕົນ, ຮັກສາບົດບາດເປັນເຈົ້າພາທາງໃນໂຄງສ້າງພາກພື້ນທີ່ພວມປະກົດເປັນຮູບປະທຳ. ທ່ານ ນາຍົກລັດຖະມົນຕີຖືວ່າ: ອາຊຽນຄວນປັບປຸງຄວາມສາມັກຄີ, ເປັນເອກະພາບ, ເສີມຂະຫຍາຍກຳລັງແຮງພາຍໃນ, ກໍ່ສ້າງປະຊາຄົມໜຶ່ງທີ່ມີການເຂົ້າຮ່ວມຢ່າງກວ້າງຂອງປະຊາຊົນ ແລະ ນຳຜົນປະໂຫຍດແທດຈິງມາໃຫ້ປະຊາຊົນ:

       “ຫວຽດນາມ ຍາມໃດກໍ່ຖື ອາຊຽນ ແມ່ນ ເສົ້າຄ້ຳ - ແມ່ນບຸລິມະສິດຍຸດທະສາດ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາສືບຕໍ່ສະໜິດຕິດພົນ ແລະ ມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກກໍ່ສ້າງປະຊາຄົມ ອາຊຽນ ສາມັກຄີ, ສັນຕິພາບ, ສະຖຽນລະພາບ ແລະ ໝັ້ນຄົງເຂັ້ມແຂງ; ປະຕິບັດບັນດາຄຳໝັ້ນສັນຍາ ຢ່າງເຂັ້ມງວດ, ມີປະສິດທິຜົນ ແລະ ການຮ່ວມມືຢ່າງແໜ້ນແຟ້ນປະຕິບັດ ວິໄສທັດປະຊາຄົມ 2025 ແລະ ບັນດາແຜນການສັງລວມໃນ 3 ເສົ້າຄ້ຳ ຂອງປະຊາຄົມ, ສຳເລັດຜົນປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.”

       ເນື່ອງໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ຂອບອົກຂອບໃຈການຮ່ວມມື, ໜູນຊ່ວຍຂອງບັນດາຄູ່ຮ່ວມມື, ບັນດາອົງການຈັດຕັ້ງສາກົນ ແລະ ເພື່ອນມິດທີ່ ໄດ້ສະຫງວນໃຫ້ບັນດາສະມາຊິກ ອາຊຽນ, ໃນນັ້ນມີ ຫວຽດນາມ ໃນໄລຍະຜ່ານມາ; ສະແດງຄວາມປາດຖະໜາວ່າ: ບັນດາເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ສືບຕໍ່ເປັນຂົວຕໍ່ຢ່າງມີປະສິດທິຜົນລະຫວ່າງບັນດາປະເທດ ແລະ ອົງການຈັດຕັ້ງກັບ ຫວຽກນາມ ແລະ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ