ທ່ານ​ອະ​ດີດປະ​ທານ​ປະ​ເທດ ​ເລ​ດຶກ​​ແອັງ ຍາ​ມ​ໃດ​ກໍ​ເອົາ​ໃ​ຈ​ໃສ່​​ເພີ່ມ​ພູນ​ຄູນສ້າງ​ໃຫ້​ແກ່​ສາຍ​ພົວພັນ​ມິ​ດຕະພາບ ຫວຽດນາມ - ລາວ

(VOVWORLD) -ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ຈູມມະລີ ໄຊຍະສອນ ຍາມໃດກໍສະຫງວນຄວາມຮັກແພງ, ເຄົາລົບນັບຖືທ່ານອະດີີດປະທານປະເທດ ເລດຶກແອັງ - ຜູ້ນໍາທີ່ມີຄວາມເກັ່ງກ້າສາມາດ, ມີນໍ້າໃຈຂອງຫວຽດນາມ
ທ່ານ​ອະ​ດີດປະ​ທານ​ປະ​ເທດ ​ເລ​ດຶກ​​ແອັງ ຍາ​ມ​ໃດ​ກໍ​ເອົາ​ໃ​ຈ​ໃສ່​​ເພີ່ມ​ພູນ​ຄູນສ້າງ​ໃຫ້​ແກ່​ສາຍ​ພົວພັນ​ມິ​ດຕະພາບ ຫວຽດນາມ - ລາວ - ảnh 1ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ຈູມມະລີ ໄຊຍະສອນຕອບສໍາພາດຕໍ່ນັກຂ່າວ VOV  

ໂດຍເປັນຜູ້ນໍາທີ່ເຕີບໃຫຍ່ມາຈາກກອງທັບ, ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ຈູມມະລີ ໄຊຍະສອນ ຍາມໃດກໍສະຫງວນຄວາມຮັກແພງ, ເຄົາລົບນັບຖືທ່ານອະດີີດປະທານປະເທດ ເລດຶກແອັງ - ຜູ້ນໍາທີ່ມີຄວາມເກັ່ງກ້າສາມາດ, ມີນໍ້າໃຈຂອງຫວຽດນາມ, ເຊິ່ງຍາມໃດກໍເອົາໃຈໃສ່ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ. ພົບປະ ແລະ ເຮັດວຽກກັບສະຫາຍ ເລດຶກແອັງ ມາຫຼາຍຄັ້ງ, ທ່ານ ຈູມມາລີ ໄຊຍະສອນ ຍາມໃດກໍມີຄວາມປະທັບໃຈຕໍ່ຜູ້ນໍາທີ່ສຸດອົກສຸດໃຈເພື່ອປະເທດຊາດ ເພື່ອປະຊາຊົນ ແລະ ອຸທິດທັງຊີວິດຂອງຕົນເພື່ອພາລະກິດແຫ່ງການປະຕິວັດຫວຽດນາມ. ທ່ານອະດີດເລຂາທິການໃຫຍ່ - ປະທານປະເທດ ລາວ ຍາມໃດກໍຖືບັນດາວິລະກໍາພາລະກິດຕໍ່ສູ້ກູ້ຊາດຕ້ານຝລັ່ງ, ຕ້ານ ອາເມລິກາ ຂອງທ່ານພົນເອກ ເລດຶກແອັງ ແມ່ນບົດຮຽນອັນລໍ້າຄ່າໃຫ້ແກ່ບັນດາການນໍາລາວເປັນຕົ້ນແມ່ນຕົວທ່ານເອງ. ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບໍ່ອາດຫຼົງລືມໄດ້ການຊ່ວຍເຫຼືອດ້ວຍນໍ້າໃສໃຈຈິງຂອງຫວຽດນາມ ໃນຊຸມປີທີ່ ລາວ ປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນໃນຂົງເຂດການທະຫານ ເມື່ອທ່ານພົນເອກ ເລດຶກແອັງ ເປັນລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

ວັນທຽງ - ນັກຂ່າວ VOV ປະຈໍາ ລາວ



ຕອບກັບ

ຂ່າວ/ບົດ​ອື່ນ