ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ: ນຳ​ແຂວງໄທງວຽນພັດ​ທະ​ນາ​ແບບ​ຍືນ​ຍົງຢ່າງວ່ອງ​ໄວ​

(VOVWORLD) -ກອງປະຊຸມໃຫຍ່ອົງຄະນະພັກແຂວງໄທງວຽນ ຄັ້ງທີ 20, ອາຍຸການ 2020 – 2025 ໄດ້ໄຂຂຶ້ນໃນວັນທີ 12 ຕຸລາ ຢູ່ແຂວງໄທງວຽນ. 
 ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ: ນຳ​ແຂວງໄທງວຽນພັດ​ທະ​ນາ​ແບບ​ຍືນ​ຍົງຢ່າງວ່ອງ​ໄວ​ - ảnh 1ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ

ບົດລາຍງານດ້ານການເມືອງໄດ້ສະເໜີທີ່ກອງປະຊຸມໃຫຍ່ ສະແດງໃຫ້ເຫັນວ່າ ໄທງວຽນ ຢືນອັນດັບ 1 ໃນ 14 ແຂວງພູດອຍທາງພາກເໜືອ ຫວຽດນາມ ກ່ຽວກັບການສ້າງຊົນນະບົດໃໝ່, ຢືນຢູ່ອັນດັບທີ 4 ໃນທົ່ວປະເທດກ່ຽວກັບມູນຄ່າການຜະລິດອຸດສາຫະກຳ. ເສດຖະກິດມີການເຕີບໂຕໄວ (ກ່ວາ 11%/ປີ), ລາຍຮັບງົບປະມານເພີ່ມຂຶ້ນ 2 ເທົ່າເມື່ອທຽບໃສ່ໄລຍະຕົ້ນອາຍຸການ. ເຖິງຢ່າງໃດກໍ່ຕາມ, ການພັດທະນາຂອງທ້ອງຖິ່ນຍັງບໍ່ທັນມີລັກສະນະແບບຍືນຍົງ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

 “ຕ້ອງຖືການເຊື່ອມຕໍ່ເຂດເປັນສຳຄັນເພື່ອສ້າງກຳລັງໜູນໃຫ້ແກ່ການພັດທະນາ, ສ້າງສາແຂວງໄທງວຽນພັດທະນາຢ່າງໄວວາ ແລະ ຍືນຍົງ, ມີໂຄງປະກອບພື້ນຖານໂຄງລ່າງຄົບຊຸດ. ສືບຕໍ່ສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕາມທິດຍົກສູງມຸນຄ່າເພີ່ມ ແລະ ພັດທະນາແບບຍືນຍົງ. ການຜະລິດກະສິກຳແບບປອດໄພ, ກະສິກຳອົງຄະທາດ, ນຳໃຊ້ເຕັກໂນໂລຢີສູງ. ພັດທະນາເສດຖະກິດລວມໝູ່, ສະຫະກອນ. ປະຕິບັດການຮ່ວມມືເຊື່ອມຕໍ່ການຜະລິດລະຫວ່າງວິສາຫະກິດ, ສະຫະກອນ ແລະ ຄອບຄົວຜະລິດກະສິກຳໃນການຜະລິດ, ປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນ. ຮັກສາ ແລະ ຍົກສູງເຄື່ອງໝາຍການຄ້າ ຊາ ໄທງວຽນ”

ຕອບກັບ

ຂ່າວ/ບົດ​ອື່ນ