ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ເປີດ​ຂັ້ນ​ສູງ​ທາງ​ອອນ​ລາຍ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ​ສປ​ຊ

(VOVWORLD) -  ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi, ໃນວັນທີ 12 ສິງຫາ 2020, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມເປີດຂັ້ນສູງທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ ທີ່ວ່າ “ໂລກລະບາດ ແລະ ບັນດາສິ່ງທ້າທາຍຕໍ່ສັນຕິພາບແບບຍືນຍົງ”.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ເປີດ​ຂັ້ນ​ສູງ​ທາງ​ອອນ​ລາຍ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ​ສປ​ຊ - ảnh 1ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແບ່ງປັນບັນດາຜົນກະທົບຢ່າງເລິກເຊິ່ງຂອງໂລກລະບາດ Covid – 19 ເຖິງທຸກດ້ານໃນການດຳລົງຊີວິດ, ນາບຂູ່ເຖິງບັນດາວິວັດທະນາການທີ່ບັນລຸໄດ້ໃນຂະບວນການສ້າງສັນຕິພາບ ແລະ ເຮັດໃຫ້ສະພາບການມະນຸດສະທຳຢູ່ບັນດາພາກພື້ນຮ້າຍແຮງຂຶ້ນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ເນັ້ນໜັກວ່າ ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ເລື່ອງສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາ ມະຕິເລກທີ 2532 ກ່ຽວກັບການຮັບມືກັບໂລກລະບາດ Covid – 19 ແລະ ຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບການຢຸດຍິງໃນທົ່ວໂລກ, ພ້ອມທັງຮຽກຮ້ອງໃຫ້ຍົກເລີກບັນດາຄຳສັ່ງລົງໂທດ ແລະ ສ້າງເງື່ອນໄຂໜູນຊ່ວຍມະນຸດສະທຳໃຫ້ແກ່ບັນດາປະເທດໃນສະພາບການເກີດໂລກລະບາດ.

ເມື່ອແບ່ງປັນບົດຮຽນ ປະສົບການຂອງອາຊຽນ, ທ່ານ ຟ້າມບິ່ງມິງ ໄດ້ຢັ້ງຢືນເຖິງບົດບາດສຳຄັນຂອງບັນດາອົງການພາກພື້ນ ແລະ ໃຫ້ຮູ້ວ່າໃນບັ້ນຕໍ່ສູ້ຕ້ານໂລກລະບາດ Covid – 19, ອິນໂດເນເຊຍ ແລະ ຫວຽດນາມ ພ້ອມກັບບັນດາປະເທດອາຊຽນໄດ້ລະດົມກຳລັງແຮງລວມຂອງປະຊາຄົມເພື່ອແນໃສ່ປົກປ້ອງສຸຂະພາບຂອງປະຊາຊົນ, ຟື້ນຟູພື້ນຖານເສດຖະກິດ ແລະ ບໍ່ປະໃຫ້ໂລກລະບາດມີຜົນກະທົບຂອງ ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ