ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຕອ້ນຮັບລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດລາວ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຕອ້ນຮັບລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດລາວ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກຕ້ອນຮັບ
ທ່ານ​ຫົວໜ້າ​ຄະນະ​ຊີ້​ນຳ​​ສິດທິ​ມະນຸດ​ແຫ່ງ​ຊາດ​ລາວ​ ພົງ​ສະຫວັດ ບຸບຜາ
(ພາບ: chinhphu.vn)

(vovworld)​ ​- ຫວຽດນາມ​ຍາມ​ໃດ​ກໍ່​ຖື​​ເປັນ​ສຳຄັນມູນ​ເຊື້ອ​ຕິດ​ພັນ ​ແລະ ນ້ຳ​​ໃຈມິດຕະພາບ​ແບບ​ພິ​ເສດ ລະຫວ່າງ 2 ​ພັກ, 2 ຊາດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ-​ລາວ​ໃນ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ນັ້ນ​ແມ່ນ​ການ​ຢັ້ງຢືນ​ຂອງ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການສຳນັກງານ​ປະທານ​ປະ​  ເທດ, ຫົວໜ້າ​ຄະນະ​ຊີ້​ນຳ​​ສິດທິ​ມະນຸດ​ແຫ່ງ​ຊາດ​ລາວ​ ພົງ​ສະຫວັດ ບຸບຜາ ພວມ​ ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 29/9. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ​ ​ຖື​ວ່າ: ບັນດາ​ຂໍ້​ມູນ​ຂ່າວສານ​ແບ່ງປັນ ລະຫວ່າງ 2 ຝ່າຍຈະ​ປະກອບ​ສ່ວນ​ຍົກ​ສູງ​ປະສິດທິຜົນ​ທາງ​ດ້ານສິດທິ​ມະນຸດ​ຂອງ​ແຕ່ລະ​ປະ​ເທດ. ພ້ອມ​ທັງ​ສ້າງປະຖົມ​ປັດ​​ໄຈ ເພື່ອໃຫ້ 2 ຄະນະ​ຊີ້​ນຳສ້າ​ງສາ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ອັນ​ຍາວ​ນານ ​ແລະ ​ແກ້​ໄຂ​ບັນດາບັນຫາ​ກ່ຽວ​ກັບ​ສິດທິ​ມະນຸດ​ເປັນ​ປະຈຳ ເຊິ່ງຕ່າງຝ່າຍຕ່າງ​ມີ​ຄວາມ​ສົນ​ໃຈ​ເວົ້າ​ສະ​ເພາະ ​ແລະ ​ເພີ່​ມ ທະວີ​ການ​ຮ່ວມ​ມື, ໜູນ​ຊ່ວຍ​​ເຊຶ່ງ​ກັນ ​ແລະ ກັນ ລະຫວ່າງ 2 ປະ​ເທດ​ໃນ​ຂອບ​ເຂດ​ພາກ​ພື້ນ ​ແລະ ສາກົນ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ