ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ໄປອວຍພອນປີໃໝ່

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ໄປອວຍພອນປີໃໝ່ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸ໋ກ ​
ອວຍພອນ​ປີ​ໃໝ່ສຳນັກ​ຂ່າວສານ​ຫວຽດນາມ
(ພາບ: chinhphu.vn)


(vovworld) -     ຕອນ​ເຊົ້າວັນ​ທີ 18/02, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ  ​ຫງວຽນ​ຊວນ​ຟຸ໋ກ ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່ ​ແລະ ມອບໝາຍ​ໜ້າ​ທີ່​ໃຫ້​ແກ່​ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽດນາມ (EVN). ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ຢືນຢັນ​ວ່າ ພ້ອມ​ກັບ​ການ​ສະໜອງ​ໄຟຟ້າ​ໃຫ້​ແກ່​ຊີວິດ​ທາງ​ດ້ານ​ເສດຖະກິດ, ສັງຄົມ​ຢ່າງ​ພຽງພໍແລ້ວ, ປີ 2012 EVN ​ໄດ້​ສຳ​ເລັດ​ແຜນການ​ລົງທຶນ​ກໍ່ສ້າງ​​ແຫຼ່ງ ​ແລະ ຕາ​ໜ່າງ​ໄຟຟ້າ. ກ່ຽວ​ກັບ​ການ​ປະຕິບັດ​ໜ້າ​ທີ່​​​​ໃນແຜນການຂອງ​ປີ 2013, ທ່ານ​ຮອງ​ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ຂະ​ແໜງ​ໄຟຟ້າ​ເວົ້າ​ລວມ ​ແລະ EVN ​ເວົ້າສະເພາະ ຄວນສຸມ​ໃສ່​ສະໜອງ​ໄຟ​ໄຟ້ຢ່າງພຽງພໍ​​ແກ່​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ບັນດາ​ເຂດ​ເສດຖະກິດ​ຈຸດ​ສຸມ; ສືບ​ຕໍ່​ປະຕິບັດ​ວິວັດ​ການ​ປັບປຸງ​ລາຄາ​ໄຟຟ້າ​ຕາມ​ທ້ອງ​ຕະຫຼາດ. ຄຽງ​ຂ້າງ​ນັ້ນ, ສືບ​ຕໍ່​ກໍ່ສ້າງໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃໝ່, ຄຸ້ມ​ຄອງ​ວິ​ສາ​ຫະກິດ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ, ຢືນຢັນ​ບົດບາດ​ເປັນ​ແກ່ນສານ​ຂອງ​ກຸ່ມ​ບໍລິສັດ​ເສດຖະກິດ​ແຫ່ງ​ລັດ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸ໋ກ ​ໄດ້​ລົງ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ອວຍພອນ​ປີ​ໃໝ່ ພະນັກ​ງານ, ນັກ​ຂ່າວ, ບັນນາທິການ​ສຳນັກ​ຂ່າວສານ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ ໄດ້ຕີ​ລາຄາ​ສູງ​ບັນດາ​ຜົນ​ງານ​ເຊິ່ງສຳນັກ​ຂ່າວສານ​ຫວຽດນາມ ບັນລຸ​ໄດ້​ໃນ​​ໄລຍະ​ຜ່ານ​ມາ ​ແລະ ເນັ້ນ​ໜັກ​ວ່າ ສຳນັກ​ຂ່າວສານ​ຫວຽດນາມ ​ແມ່ນ​ອົງການ​ຖະ​ແຫຼ​ງ​ຂ່າວ​ທີ່​ມີ​ເຄີືອຂາຍການຈັດ​ຕັ້ງ​​ເຄື່ອນ​ໄຫວວິ​ຊາ​ຊີບ​ຢ່າງ​ກວ້າງຂວາງ ​ແລະ ​ແຂງ​ແຮງ​ຢູ່​ພາຍ​ໃນ​ປະ​ເທດ ກໍ​ຄື​ຢູ່​ຕ່າງປະ​ເທດ. ຂໍ້​ມູນ​ຂ່າວຂອງສຳນັກ​ຂ່າວສານ​ຫວຽດນາມ ຍາມ​ໃດ​ກໍ​ຮັບປະກັນ​ລັກສະນະ​ຊັດ​ເຈນ, ທັນ​ການກວ່າ ​ເມື່ອ​ທຽບ​ໃສ່ອົງການ​ສື່ສານ​ອື່ນໆ. ທ່ານ​ຮອງ​ນາຍົກລັດຖະມົນຕີຢືນຢັນ​ວ່າ, ຍາມ​ໃດ​ພັກ, ລັດ ກໍ​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້ສຳນັກ​ຂ່າວສານ​ຫວຽດນາມ ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ