ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ກວດກາວຽກງານປ້ອງກັນຕ້ານໂລກລະບາດຢູ່ບັນດາຮາກຖານຜະລິດ, ການຄ້າບໍລິການຂອງນະຄອນ ໂຮ່ຈິມິນ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ຕ້ານໂລກລະບາດ ໄດ້ໄປກວດກາວຽກງານປ້ອງກັນ ຕ້ານໂລກລະບາດ ຢູ່ບັນດາຮາກຖານຜະລິດ, ການຄ້າບໍລິການຂອງນະຄອນ.
ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ກວດກາວຽກງານປ້ອງກັນຕ້ານໂລກລະບາດຢູ່ບັນດາຮາກຖານຜະລິດ, ການຄ້າບໍລິການຂອງນະຄອນ ໂຮ່ຈິມິນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ເຮັດວຽກກັບບໍລິສັດແຫ່ງໜຶ່ງຢູ່ນະຄອນໂຮີຈີມິນ
(ພາບ: VGP)

  ຕອນເຊົ້າວັນທີ 6 ສິງຫາ, ຢູ່ນະຄອນ ໂຮ່ຈິມິນ, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ຕ້ານໂລກລະບາດ ໄດ້ໄປກວດກາວຽກງານປ້ອງກັນ ຕ້ານໂລກລະບາດ ຢູ່ບັນດາຮາກຖານຜະລິດ, ການຄ້າບໍລິການຂອງນະຄອນ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ໄດ້ຮຽກຮ້ອງວ່າ ວຽກງານປ້ອງກັນ ຕ້ານໂລກລະບາດ ຂອງນະຄອນ ໂຮ່ຈິມິນ ຍັງຕ້ອງໃຊ້ເວລາຍາວນານ, ສະນັ້ນ, ຕ້ອງຜັນຂະຫຍາຍບັນດາມາດຕະການຢ່າງມີໄຫວພິບໃຫ້ແກ່ບັນດາວິສາຫະກິດຜະລິດສະບຽງອາຫານ, ຂົນສົ່ງສິນຄ້າ, ຮັບປະກັນຊີວິດການເປັນຢູ່ຂອງ ປຊຊ.

   ບັນດາວິສາຫະກິດຮາກຖານຜະລິດ, ການຄ້າບໍລິການ ລ້ວນແຕ່ໄດ້ຢັ້ງຢືນພວມແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດບັນດາມາດຕະການປອດໄພໃນການ ປ້ອງກັນ ຕ້ານໂລກລະບາດ ແລະ ມານະພະຍາຍາມຈັດຕັ້ງການຜະລິດເພື່ອຮັກສາແຫຼ່ງສະໜອງ.

ຕອບກັບ

ຂ່າວ/ບົດ​ອື່ນ