ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ: ບໍ່​ປະ​ໃຫ້ຈຳ​ນວນ​ຜູ້​ຕິດ​ເຊື້ອ ເພີ່ມ​ຂຶ້ນ​ເກີນ​ຂອບ​ເຂດ ​ຂອງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ

(VOVWORLD) -ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມແລ້ວ, ປະຊາຊົນທີ່ໄດ້ຮັບການສັກວັກຊິນ 1 ເຂັມທີ່ໄດ້ສ້າງພູມຕ້ານທານໃນຮ່າງກາຍ, ເປັນຕົ້ນແມ່ນຜູ້ທີ່ໄດ້ສັກ 2 ເຂັມແລ້ວ, ເມື່ອມີຜູ້ຕິດເຊື້ອ, ຖ້າຈຳກັດຢູ່ໃນລະດັບບໍເກີນຂອບເຂດຂອງລະບົບສະທາລະນະສຸກ ແລະ ເພີ່ມທະວີການເບິ່ງແຍງສະຂຸພາບ ຢູ່ບ້ານ ນັບແຕ່ຫົວທີ່ນັ້ນ ຈຳນວນຜູ້ຕິດເຊື້ອມີອາການເຈັບໜັກ ຫຼື ເສຍຊີວິດ ຈະບໍ່ຫຼາຍຄືເມື່ອກ່ອນ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ: ບໍ່​ປະ​ໃຫ້ຈຳ​ນວນ​ຜູ້​ຕິດ​ເຊື້ອ ເພີ່ມ​ຂຶ້ນ​ເກີນ​ຂອບ​ເຂດ ​ຂອງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມເປັນປະທານກອງປະຊຸມກັບການນຳ 19 ແຂວງ, ນະຄອນ ທາງພາກໃຕ້ 

ໂດຍເປັນປະທານກອງປະຊຸມກັບການນຳ 19 ແຂວງ, ນະຄອນ ທາງພາກໃຕ້ ໃນຕອນບ່າຍວັນທີ 26 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເນັ້ນໜັກວ່າ ບັນດາທ້ອງຖິ່ນ ຕ້ອງມານະພະຍາຍາມ ບໍ່ປະໃຫ້ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ ຢູ່ລະດັບເກີນຂອບເຂດຂອງລະບົບສາທາລະນະສຸກ. ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມແລ້ວ, ປະຊາຊົນທີ່ໄດ້ຮັບການສັກວັກຊິນ 1 ເຂັມທີ່ໄດ້ສ້າງພູມຕ້ານທານໃນຮ່າງກາຍ, ເປັນຕົ້ນແມ່ນຜູ້ທີ່ໄດ້ສັກ 2 ເຂັມແລ້ວ, ເມື່ອມີຜູ້ຕິດເຊື້ອ, ຖ້າຈຳກັດຢູ່ໃນລະດັບບໍເກີນຂອບເຂດຂອງລະບົບສະທາລະນະສຸກ ແລະ ເພີ່ມທະວີການເບິ່ງແຍງສະຂຸພາບ ຢູ່ບ້ານ ນັບແຕ່ຫົວທີ່ນັ້ນ ຈຳນວນຜູ້ຕິດເຊື້ອມີອາການເຈັບໜັກ ຫຼື ເສຍຊີວິດ ຈະບໍ່ຫຼາຍຄືເມື່ອກ່ອນ. ທ່ານກ່າວວ່າ:

ພວກເຮົາພ້ອມກັນ ມານະພະຍາຍາມເພື່ອບໍ່ປະໃຫ້ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ ຢູ່ລະດັບຕ້ອງປະຕິບັດການແຍກຫ່າງສັງຄົມ ໃນທົ່ວແຂວງ, ທົ່ວເຂດ, ມານະພະຍາຍາມເພື່ອພຽງແຕ່ປະຕິບັດການແຍກຫ່າງຢູ່ຂອບເຂດ, ບາງຕາແສງ ຫຼື ບາງເມືອງ ເທົ່ານັ້ນ, ຕ້ອງວາງເປົ້າໝາຍຄືແນວນັ້ນ. ຈາກຄວາມຈິງຂອງບັນດາປະເທດແລ້ວ, ເຖິງວ່າໄດ້ຮັບການສັກວັກຊິນ ແລ້ວ ກໍ່ຍັງຄົງຕ້ອງປະຕິບັດຫຼັກການປ້ອງກັນ 5 ປະການ, ໃສ່ຜ້າອັດປາກດັງ ໃຫ້ເປັນຢ່າງດີ, ແຕ່ວ່າສຳຄັນທີ່ສຸດ ແມ່ນຕ້ອງຮັກສາໄລຍະຫ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ