ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ​ລົງເຮັດ​ວຽກ​ຢູ່​ແຂວງ​ບິ່ງ​ເຢືອງ

(VOVWORLD) -ທ່ານ ຫວູດຶກດາມ  ແລະ ຄະນະປະຕິບັດງານ ໄດ້ລົງກວດກາ ຢູ່ຕາແສງ ບິ່ງຮ່ວາ ແລະ ບາງຮາກຖານແຍກຕົວຢູ່ຕະຫຼາດ ບິ່ງດ໊າງ ຂອງຕາແສງ ບິ່ງຮ່ວາ ແລະ ບໍລິສັດແຫ່ງໜຶ່ງທີ່ພວມປະຕິບັດວິທີການຜະລິດ “3 ຢູ່ກັບທີ່” ໃນເຂດອຸດສະຫາກຳ ຊ໋ອງເທິ່ນ (ນະຄອນ ຢິ້ອານ).
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ​ລົງເຮັດ​ວຽກ​ຢູ່​ແຂວງ​ບິ່ງ​ເຢືອງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ລົງກວດກາ ການວິໄຈຫາເຊື້ອໂດຍໄວ (ພາບ: TTXVN)

ວັນທີ 28 ກັນຍາ, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນຫົວໜ້າ, ໄດ້ລົງເຮັດວຽກຢູ່ນະຄອນ ທ້ວນອານ (ແຂວງບິ່ງເຢືອງ) ແລະ ເຮັດວຽກກັບບັນດາຄະນະ, ຂະແໜງການ, ການນຳແຂວງບິ່ງເຢືອງ ກ່ຽວກັບວຽກງານ, ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລເວນແຂວງ, ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ ບິ່ງເຢືອງ ຕ້ອງສ້າງແຜນທີ່ໂຄວິດ - 19 ຢ່າງລະອຽດ ເພື່ອຕິດຕາມ, ແກ້ໄຂຢ່າງທັນການເມື່ອເກີດມີກໍລະນີຕິດເຊື້ອໂຄວິດ - 19. ພິເສດ, ທາງແຂວງຕ້ອງນຳການຜະລິດ, ດຳເນີນທຸລະກິດກັບຄືນສູ່ເຄື່ອນໄຫວເທື່ອລະກ້າວ ຕາມທິດໝັ້ນແກ່ນ ແລະ ປອດໄພ.

ກ່ອນໜ້ານັ້ນ, ທ່ານ ຫວູດຶກດາມ  ແລະ ຄະນະປະຕິບັດງານ ໄດ້ລົງກວດກາ ຢູ່ຕາແສງ ບິ່ງຮ່ວາ ແລະ ບາງຮາກຖານແຍກຕົວຢູ່ຕະຫຼາດ ບິ່ງດ໊າງ ຂອງຕາແສງ ບິ່ງຮ່ວາ ແລະ ບໍລິສັດແຫ່ງໜຶ່ງທີ່ພວມປະຕິບັດວິທີການຜະລິດ “3 ຢູ່ກັບທີ່” ໃນເຂດອຸດສະຫາກຳ ຊ໋ອງເທິ່ນ (ນະຄອນ ຢິ້ອານ).

ຕອບກັບ

ຂ່າວ/ບົດ​ອື່ນ