ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ​ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ແຂວງ ຕ​ຽນ​ຢາງ

(VOVWORLD) -ວັນທີ 17 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ການນຳບາງກະຊວງ, ຂະແໜງການສູນກາງ ໄດ້ໄປຊີ້ນຳວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງຕຽນຢາງ.
 ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ​ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ແຂວງ ຕ​ຽນ​ຢາງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ 

ຕາມສູນຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແຂວງຕຽນຢາງແລ້ວ, ປັດຈຸບັນ ໂລກລະບາດທີ່ທິດທາງຫຼຸດລົງ. ປັດຈຸບັນ, ທົ່ວແຂວງມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ກ່ວາ 9.000 ຄົນ (ກວມເອົາເກືອບ 73% ເມື່ອທຽບໃສ່ກັບຜູ້ຕິດເຊື້ອ), ອັດຕາຜູ້ເສຍຊີວິດ ແມ່ນ 2,5%. ໃນ 7 ວັນຜ່ານນມາ, ມີ 4 ໃນຈຳນວນ 11 ເມືອງ, ເທດສະບານໃນແຂວງ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ ໃນຊຸມຊົນ. ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຢັ້ງຢືນບັນດາຄວາມມານະພະຍາຍາມຂອງທຸກຂັ້ນ, ທຸກຂະແໜງການ, ບັນດາທ້ອງຖິ່ນ ຂອງແຂວງຕຽນຢາງ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນແຂວງ ໃນໄລຍະຜ່ານມາ. ທ່ານ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ແຂວງ ສືບຕໍ່ມານະພະຍາຍາມຮັກສາແຕ່ລະຕະແສງ, ເມືອງ, ເທດສະບານ ສືບຕໍ່ຕິດຕາມສະພາບການໂລກລະບາດໂຄວິດ - 19 ເພື່ອກັບຄືນສູ່ສະພາບການເປັນປົກກະຕິໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ