ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ສ້າງ​ແລວ​ນິ​ຕິ​ກຳ​ສຳ​ລັບ​ເຂດ​ອຸດ​ສາ​ຫະ​ກຳ - ເຂດ​​ເສດ​ຖະ​ກິດ ໃຫ້ສົມ​ບູນ​ແບບ ດ້ວຍ​ວິ​ໄສ​ທັດ​ທີ່​ຍາວ​ໄກ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ບັນດາເຂດອຸດສາຫະກຳ, ເຂດເສດຖະກິດຕ້ອງແມ່ນເຂດບຸລິມະສິດ, ແມ່ນສະຖານທີ່ທົດລອງນະໂຍບາຍ, ບ່ອນກ້າເບ້ຍ ແລະ ພັດທະນາບັນດາຂະແໜງອຸດສາຫະກຳ, ເຕັກໂນໂລຢີພື້ນຖານ, ຫຼັກແຫຼ່ງ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ສ້າງ​ແລວ​ນິ​ຕິ​ກຳ​ສຳ​ລັບ​ເຂດ​ອຸດ​ສາ​ຫະ​ກຳ - ເຂດ​​ເສດ​ຖະ​ກິດ ໃຫ້ສົມ​ບູນ​ແບບ ດ້ວຍ​ວິ​ໄສ​ທັດ​ທີ່​ຍາວ​ໄກ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ໂດຍເປັນປະທານກອງປະຊຸມຮັບຟັງກ່ຽວກັບແຜນນະໂຍບາຍແບ່ງຂັ້ນ, ແບ່ງສິດອຳນາດ ສຳລັບໂຄງການລົງທຶນພື້ນຖານໂຄງລ່າງເຂດອຸດສາຫະກຳ ແລະ ກໍ່ສ້າງໂຄງການກົດໝາຍວ່າດ້ວຍເຂດອຸດສາຫະກຳ, ເຂດເສດຖະກິດທີ່ໄດ້ດຳເນີນໃນຕອນບ່າຍວັນທີ 2 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ບັນດາເຂດອຸດສາຫະກຳ, ເຂດເສດຖະກິດຕ້ອງແມ່ນເຂດບຸລິມະສິດ, ແມ່ນສະຖານທີ່ທົດລອງນະໂຍບາຍ, ບ່ອນກ້າເບ້ຍ ແລະ ພັດທະນາບັນດາຂະແໜງອຸດສາຫະກຳ, ເຕັກໂນໂລຢີພື້ນຖານ, ຫຼັກແຫຼ່ງ.

ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກເຖິງຄວາມຈຳເປັນຕ້ອງມີແລວນິຕິກຳຢ່າງຄົບຊຸດ, ເປັນເອກະພາບເພື່ອແນໃສ່ຄຸ້ມຄອງບັນດາຮູບແບບເຂດອຸດສາຫະກຳ, ເຂດເສດຖະກິດ, ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເພື່ອແນໃສ່ຫັນແຜນນະໂຍບາຍ, ແນວທາງ, ຍຸດທະສາດພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ ໃຫ້ເປັນອັນລະອຽດ, ໃນແຕ່ລະໄລຍະລະອຽດ. ຈາກນັ້ນ, ກໍ່ຫັນບັນດານະໂຍບາຍບູລິມະສິດສະເພາະສຳລັບວິສາຫະກິດ, ນັກລົງທຶນກ່ຽວກັບການປະຕິບັດລະບຽບການບໍລິການ, ພາສີ, ທີ່ດິນ…ເປັນລະບອບລະບຽບການ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນສືບຕໍ່ຕີລາຄາ, ສະຫຼຸບວິວັດການກໍ່ສ້າງ, ຄຸ້ມຄອງ ບັນດາເຂດອຸດສາຫະກຳ, ເຂດເສດຖະກິດ; ຄົ້ນຄ້ວາ, ທາບທາມບົດຮຽນປະສົບການ, ຮູບແບບຂອງບັນດາເຂດອຸດສາຫະກຳ, ເຂດເສດຖະກິດທີ່ປະສົບຜົນສຳເລັດໃນໂລກ; ເອົາໃຈໃສ່ເຖິງການໝູນໃຊ້ ເຕັກໂນໂລຢີຂໍ້ມູນຂ່າວສານໃນການຄຸ້ມຄອງບັນດາເຂດອຸດສາຫະກຳ, ເຂດເສດຖະກິດ, ແກ້ໄຂການປະຕິບັດລະບຽບການບໍລິຫານ.

ຕອບກັບ

ຂ່າວ/ບົດ​ອື່ນ