ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງແຂວງ ດ້ຽນບຽນ, ໄລຍະ 2021 – 2030, ວິໄສທັດຮອດປີ 2050

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີກໍ່ສະເໜີແຂວງ ດ້ຽນບຽນ ຕ້ອງເພີ່ມທະວີການສົ່ງເສີມ, ເຊື້ອເຊີນບັນດານັກວິທະຍາສາດ, ນັກລົງທຶນມີອິດທິພົນຊື່ສຽງ, ມີບົດຮຽນ ເພື່ອມາຊ່ວຍພັດທະນາເປັນຫຼາຍຮູບຫຼາຍແຍບ, ຍືນຍົງ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງແຂວງ ດ້ຽນບຽນ, ໄລຍະ 2021 – 2030, ວິໄສທັດຮອດປີ 2050 - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: nhandan.vn)

ຕອນເຊົ້າວັນທີ 17 ມີນາ, ຢູ່ແຂວງ ດ້ຽນບຽນ ໄດ້ຈັດກອງປະຊຸມປະກາດການວາງແຜນຜັງແຂວງ, ໄລຍະ 2021 – 2030, ວິໄສທັດຮອດປີ 2050 ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ. ທ່ານຮອງນາຍົກລັດຖະມົນຕິ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມ, ມອບຂໍ້ຕົກລົງອະນຸມັດຜ່ານການວາງແຜນຜັງແຂວງ ດ້ຽນບຽນ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໃຫ້ແກ່ການນຳແຂວງ.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ແຂວງ ດ້ຽນບຽນ ຕ້ອງໃຫ້ບຸລິມະສິດແຫຼ່ງກຳລັງເພື່ອລົງທຶນບັນດາໂຄງການພື້ນຖານໂຄງລ່າງເຊື່ອຕໍ່ເຂດ, ເຊື່ອມຕໍ່ກັບສາກົນ, ສ້າງການເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ແລະ ຈີນ, ພິເສດແມ່ນບັນດາໂຄງການກຳລັງໜູນ, ຈຸດສຸມ. ການວາງແຜນຜັງເຂດຕົວເມືອງລວມຕ້ອງມີຄວາມກົມກ່ຽວ ແລະ ມີລັກສະນະເຊື່ອມຕໍ່ສູງ, ຈາກນັ້ນ, ສ້າງກຳລັງໜູນພັດທະນາໃຫ້ແກ່ບັນດາທ້ອງຖິ່ນ.

ທ່ານຮອງນາຍົກລັດຖະມົນຕີກໍ່ສະເໜີແຂວງ ດ້ຽນບຽນ ຕ້ອງເພີ່ມທະວີການສົ່ງເສີມ, ເຊື້ອເຊີນບັນດານັກວິທະຍາສາດ, ນັກລົງທຶນມີອິດທິພົນຊື່ສຽງ, ມີບົດຮຽນ ເພື່ອມາຊ່ວຍພັດທະນາເປັນຫຼາຍຮູບຫຼາຍແຍບ, ຍືນຍົງ. ພ້ອມກັນນັ້ນ, ແຂວງ ດ້ຽນບຽນ ກໍ່ຕ້ອງສະເໜີກົນໄກ, ນະໂຍບາຍພິເສດສະເພາະຈຳນວນໜຶ່ງ ເພື່ອພັດທະນາຢ່າງແຮງໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ