ທ່ານຮອງ​ນາຍົກລັດຖະ​ມົນ​ຕີ ​ເຈື​ອງຮວ່າ​ບິ່ງ ​ເ​ຂົ້າຮ່ວມ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ຜ່ານ​ເຄືອ​ຂ່າຍ​ອິນ​​ເຕີ​ເນັດ ​ເພື່ອຜັນ​ຂະຫຍາຍໜ້າທີ່​ປີ 2020 ຂອງຂະ​ແໜງພາຍ​ໃນ

(VOVWORLD) - ຕອນເຊົ້າວັນທີ 27 ທັນວາ, ກະຊວງພາຍໃນໄດ້ຈັດກອງປະຊຸມ ທົ່ວປະເທດຜ່ານເຄືອຂ່າຍອິນເຕີເນັດ ເພື່ອຜັນຂະຫຍາຍໜ້າທີ່ປີ 2020 ຂອງຂະແໜງພາຍໃນ.
ທ່ານຮອງ​ນາຍົກລັດຖະ​ມົນ​ຕີ ​ເຈື​ອງຮວ່າ​ບິ່ງ ​ເ​ຂົ້າຮ່ວມ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ຜ່ານ​ເຄືອ​ຂ່າຍ​ອິນ​​ເຕີ​ເນັດ ​ເພື່ອຜັນ​ຂະຫຍາຍໜ້າທີ່​ປີ 2020 ຂອງຂະ​ແໜງພາຍ​ໃນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ເຂົ້າຮ່ວມກອງປະຊຸມ (ພາບ: VGP)

        ທີ່ກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ກ່າວວ່າ:

“ຂ້າພະເຈົ້າສະເໜີ ໃນປີ 2020 ທາງກະຊວງພາຍໃນ ຕ້ອງສ້າງລະບອບລະບຽບການກ່ຽວກັບການຄັດເລືອກຄຸ້ມຄອງພະນັກງານໃຫ້ສົມບູນແບບ; ສ້າງມາດຖານຕີລາຄາຈັດແບ່ງປະເພດພະນັກງານ, ລັດຖະກອນຢ່າງມີປະສິດທິຜົນ, ຕ້ອງຖືໝາກຜົນເຮັດສໍາເລັດໜ້າທີີ່ຄວາມຮັບຜິດຊອບທີ່ໄດ້ຮັບການມອບໝາຍ ແມ່ນພື້ນຖານຈັດແບ່ງປະເພດພະນັກງານ. ການກໍານົດພະນັກງານບັນຈຸ ແມ່ນຕ້ອງຮັບປະກັນຢ່າງມີວິທະຍາສາດ ແລະ ແທດເໝາະກັບສະພາບຕົວຈິງ”.


 

ຕອບກັບ

ຂ່າວ/ບົດ​ອື່ນ