ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໋າຍ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ Marc E. Knapper

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ອາເມລິກາ ຈະສືບຕໍ່ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ກໍຄື ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອາຊຽນ - ອາເມລິກາ, ສາຍພົວພັນຄູ່ຮ່ວມມື ແມ່ນ້ຳຂອງ - ອາເມລິກາ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ ກໍຄືເພື່ອຜົນປະໂຫຍດຂອງສອງປະເທດ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໋າຍ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ Marc E. Knapper - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໋າຍ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper (ພາບ: VGP)

ຕອນບ່າຍວັນທີ 31 ມັງກອນ, ຢູ່ນະຄອນຫຼວງຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໋າຍ ຢັ້ງຢືນວ່າ: ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນໃນຍຸດທະສາດ ແລະ ລັດຖະບານ ຫວຽດນາມ ຕີລາຄາສູງທັດສະນະສະເໝີຕົ້ນສະເໝີປາຍຂອງ ອາເມລິກາ ທີ່ສະໜັບສະໜູນ ຫວຽດນາມ “ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ”; ພ້ອມທັງເນັ້ນໜັກວ່າ ຈະພ້ອມກັບ ອາເມລິກາ ຜັນຂະຫຍາຍແຜນການລະອຽດ ໃນເນື້ອໃນຂໍ້ຕົກລົງຂັ້ນສູງ, ຖະແຫຼງການຮ່ວມ ທີ່ກ່ຽວຂ້ອງເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ອາເມລິກາ ຈະສືບຕໍ່ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ກໍຄື ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອາຊຽນ - ອາເມລິກາ, ສາຍພົວພັນຄູ່ຮ່ວມມື ແມ່ນ້ຳຂອງ - ອາເມລິກາ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ ກໍຄືເພື່ອຜົນປະໂຫຍດຂອງສອງປະເທດ.

        ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ສືບຕໍ່ມີສຽງເວົ້າຢ່າງແຮງກວ່າ, ປະກອບສ່ວນຊຸກຍູ້ ອາເມລິກາ ຮັບຮອງເອົາ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດໂດຍໄວ, ພ້ອມທັງຫວັງວ່າ ວິວັດທະນາການນີ້ ຈະໄດ້ປະຕິບັດສຳເລັດໄວທີ່ສຸດເທົ່າທີ່ຈະໄວໄດ້.

        ສ່ວນທ່ານເອກອັກຄະລັດຖະທູດ Marc. E.Knapper ກໍ່ເນັ້ນໜັກວ່າ ອາເມລິກາ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອປະຕິບັດຄຳໝັ້ນໝາຍກັບປະຊາຊົນສອງປະເທດໃຫ້ສຳເລັດ, ນັ້ນແມ່ນ ເພີ່ມທະວີການພົວພັນສອງຝ່າຍໃຫ້ຫຼາຍກວ່າອີກ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ເໜືອກວ່າຮອບດ້ານ. ອາເມລິກາ ໄດ້ ແລະ ກຳລັງຜັນຂະຫຍາຍຄຳໝັ້ນສັນຍາຊ່ວຍ ຫວຽດນາມ ພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປາດຖະໜາວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ອາເມລິກາ ລົງທຶນເຂົ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ