ທ່ານຮອງນາຍົກລັດຖະມົນຕີ ເລມິນຄ໋າຍ ຕ້ອນຮັບຜູ້ອຳນວຍໃຫຍ່ການກຸ່ມບໍລິສັດ ANZ

(VOVWORLD) - ສ່ວນຜູ້ອຳນວຍການໃຫຍ່ ບໍລິສັດ ANZ ຢັ້ງຢືນວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດສຳຄັນຂອງ ANZ ດ້ວຍຄວາມສາມາດບົ່ມຊ້ອນພັດທະນາອັນໃຫຍ່ຫຼວງ; ທ່ານໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກປະກອບສ່ວນແທດຈິງເຂົ້າໃນວິວັດການຫັນເປັນສີຂຽວ ແລະ ພັດທະນາສີຂຽວແບບຍືນຍົງຂອງ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ເລມິນຄ໋າຍ ຕ້ອນຮັບຜູ້ອຳນວຍໃຫຍ່ການກຸ່ມບໍລິສັດ ANZ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິນຄ໋າຍ ຕ້ອນຮັບຜູ້ອຳນວຍໃຫຍ່ການກຸ່ມບໍລິສັດ ANZ

ຕອນບ່າຍວັນທີ 29 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໋າຍ ໄດ້ຕ້ອນຮັບທ່ານ Shayne Elliott, ຜູ້ອຳນວຍການກຸ່ມບໍລິສັດ ANZ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ເຊື່ອໝັ້ນວ່າ: ທະນາຄານ ANZ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພັດທະນາຂອງຂົງເຂດທະນາຄານເວົ້າສະເພາະ ແລະ ພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມຢູ່ ຫວຽດນາມ ເວົ້າລວມ; ທ່ານສະເໜີໃຫ້ ANZ ເອົາໃຈໃສ່ສະໜັບສະໜູນ, ຜັນຂະຫຍາຍບັນດາການເຄື່ອນໄຫວລົງທຶນຕາມຖະແຫຼງການຮ່ວມຂອງການນຳ 2 ຝ່າຍ, ຜ່ານນັ້ນກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດອັນດີງາມລະຫວ່າງ ຫວຽດນາມ ກັບ ອົດສະຕາລີ ແລະ ນິວຊີແລນ.

        ສ່ວນຜູ້ອຳນວຍການໃຫຍ່ ບໍລິສັດ ANZ ຢັ້ງຢືນວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດສຳຄັນຂອງ ANZ ດ້ວຍຄວາມສາມາດບົ່ມຊ້ອນພັດທະນາອັນໃຫຍ່ຫຼວງ; ທ່ານໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກປະກອບສ່ວນແທດຈິງເຂົ້າໃນວິວັດການຫັນເປັນສີຂຽວ ແລະ ພັດທະນາສີຂຽວແບບຍືນຍົງຂອງ ຫວຽດນາມ. ພ້ອມນັ້ນ, ANZ ກໍ່ພ້ອມທີ່ຈະການໜູນຊ່ວຍບັນດາວິສາຫະກິດໃຫຍ່ຂອງ ຫວຽດນາມ ພິຊິດຕະຫຼາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ