ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ພົບປະ, ແລກປ່ຽນກັບວົງການເຈົ້າໜ້າທີ່ ແລະ ວິສາຫະກິດໃຫຍ່ຂອງ ອາເມລິກາ

(VOVWORLD) - ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ອາເມລິກາ ເພື່ອປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງ ຫວຽດນາມ ໃນຂອບເຂດການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ
ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ພົບປະ, ແລກປ່ຽນກັບວົງການເຈົ້າໜ້າທີ່ ແລະ ວິສາຫະກິດໃຫຍ່ຂອງ ອາເມລິກາ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ພົບປະກັບທ່ານ John Podesta, ທີ່ປຶກສາຂັ້ນສູງກ່ຽວກັບນະໂຍບາຍການປ່ຽນແປງຂອງດິນຟ້າອາກາດສາກົນ
(ພາບ: TTXVN)

        ວັນທີ 04 ເມສາ, ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ປະເທດ ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ໄດ້ພົບປະ, ເຮັດວຽກກັບວົງການເຈົ້າໜ້າທີ່ ແລະ ວິສາຫະກິດໃຫຍ່ຈຳນວນໜຶ່ງຂອງ ອາເມລິກາ.

        ທີ່ການພົບປະກັບທ່ານ John Podesta, ທີ່ປຶກສາຂັ້ນສູງກ່ຽວກັບນະໂຍບາຍການປ່ຽນແປງຂອງດິນຟ້າອາກາດສາກົນ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຢືນຢັນວ່າ, ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ອາເມລິກາ ເພື່ອປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງ ຫວຽດນາມ ໃນຂອບເຂດການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP) ກໍຄືເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ 0 ໃນປີ 2050. ສ່ວນທ່ານ John Podesta ໃຫ້ຮູ້ວ່າ, ອາເມລິກາ ຈະສືບຕໍ່ເພີ່ມທະວີການໜູນຊ່ວຍ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນການພັດທະນາພະລັງງານສະອາດ, ຖ່າຍທອດເຕັກໂນໂຊລີພະລັງງານທົດແທນ.

        ທີ່ການໂອ້ລົມສົນທະນາກັບຜູ້ຕ່າງໜ້າວິສາຫະກິດແຖວໜ້າຂອງ ອາເມລິກາ ເກືອບ 30 ແຫ່ງ, ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ ຈະສ້າງຄວາມສະດວກກວ່າໃຫ້ແກ່ບັນດາວິສາຫະກິດ ອາເມລິກາ ທີ່ລົງທຶນຢູ່ ຫວຽດນາມ. ໃນຂະນະນັ້ນ, ທ່ານ Ted Osius, ປະທານສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ໃຫ້ຮູ້ວ່າ, ບັນດາວິສາຫະກິດ ອາເມລິກາ ຕີລາຄາສູງການບໍລິຫານຂອງລັດຖະບານ ຫວຽດນາມ ແລະ ປາດຖະໜາວ່າ ລັດຖະບານ ຫວຽດນາມ ສືບຕໍ່ສ້າງສະພາບແວດລ້ອມ, ນະໂຍບາຍ, ລະບອບລະບຽບການສະດວກກວ່າ ເພື່ອໃຫ້ນັບມື້ນັບມີວິສາຫະກິດ ອາເມລິກາ ຫຼາຍແຫ່ງມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດເຕັກໂນໂລຊີ, ພະລັງງານທົດແທນ, ສາທາລະນະສຸກ.

        ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ຕ້ອນຮັບທ່ານປະທານ ແລະ ການນຳວິສາຫະກິດ ອາເມລິກາ ຈຳນວນໜຶ່ງ, ຄື: Intel, Dell, Apple ແລະ Boeing.

ຕອບກັບ

ຂ່າວ/ບົດ​ອື່ນ