ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງຕ້ອນຮັບທ່ານTedOsiusເອກອັກຄະລັດຖະທູດອາເມລິກາເຂົ້າຢ້ຽມອຳລາ

(VOVWORLD) -ວັນທີ 31 ຕຸລາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ  ໄດ້ໃຫ້ການຕ້ອນຮັບທ່ານTedOsiusເອກອັກຄະລັດຖະທູດອາເມລິກາເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການການທູດຢູ່ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງຕ້ອນຮັບທ່ານTedOsiusເອກອັກຄະລັດຖະທູດອາເມລິກາເຂົ້າຢ້ຽມອຳລາ - ảnh 1 ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງຕ້ອນຮັບທ່ານTedOsiusເອກອັກຄະລັດຖະທູດອາເມລິກາເຂົ້າຢ້ຽມອຳລາ

ພາບ:vtv

ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງຫນ້າຂອງທ່ານເອກອັກຄະລັດຖະທູດ ໃນອາຍຸການສຳລັບການພົວພັນລະຫວ່າງສອງປະເທດໃນຫລາຍຂົງເຂດ, ໃນນັ້ນ ມີການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ນຳການພົວພັນຄູ່ຮ່ວມມືຮອບດ້ານເຂົ້າສູ່ລວງເລິກບົນຫລັກການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ແມ່ນຈຸດສຸມໃຫ້ການພົວພັນ, ຊຸກຍູ້ການຮ່ວມມືໃນຂົງເຂດມະນຸດສະທຳສຳເລັດຜົນ ພິເສດໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ສ່ວນທ່ານTed Osius ຕີລາຄາສູງການພັດທະນາຂອງການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ອາເມລິກາ ໃນໄລຍະຜ່ານມາ ນັບສອງຝ່າຍ, ພາກພື້ນ ແລະ ສາກົນ, ໃນນັ້ນ ມີການຮ່ວມມືໃນຂົງເຂດຮັກສາສັນຕິພາບຂອງ ສປຊ. ທ່ານTedOsiusເອກອັກຄະລັດຖະທູດອາເມລິກາ ປາດຖະຫນາວ່າ ຈະສືບຕໍ່ປະກອບສ່ວນໃຫ້ການພົວພັນລະຫວ່າງສອງປະເທດ ບໍ່ວ່າໃນຖານະຕຳແຫນ່ງໃດໆ ໃນອະນາຄົດ.

 

ຕອບກັບ

ຂ່າວ/ບົດ​ອື່ນ