ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງມອບຂອງຂວັນໃຫ້ກອງທຶນສົ່ງເສີມການຮຽນບັນດາເມືອງທຸກຍາກແຂວງລອງອານ

ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງມອບຂອງຂວັນໃຫ້ກອງທຶນສົ່ງເສີມການຮຽນບັນດາເມືອງທຸກຍາກແຂວງລອງອານ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີງກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ
ຂອງ​ຂວັນ​
ພາບ:TTXVN

(vovworld)- ໃນ​ວັນ​ທີ 23 ແລະ 24/4, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີງ ໄດ້​ລົງ​ຢ້ຽມ​ຢາມ ແລະ ມອບ​ຈຳ​ນວນ​ເງິນ​ບໍ​ລິ​ຈາກ​ຂອງ​ພະ​ນັກ​ງານ, ກຳ​ມະ​ກອນ​ລັດ​ຖະ​ກອນ​ກຸ່ມ​ບໍ​ລິ​ສັດ​ຢາງ​ພາ​ລາ ຫວຽດ​ນາມ ມອບ​ໃຫ້​ກອງ​ທຶນ​ສົ່ງ​ເສີມ​ການ​ຮຽນ​ຢູ່​ເມືອງ ແທ້ງ​ຮ​ວາ, ດືກ​ເຫ້ວ ແລະ ເກີນຢວກ ແຂວງ ລອງ​ອານ, ທ້ອງ​ຖິ່ນ​ລະ 100 ລ​້ານ​ດົງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ເນັ້ນ​ຫນັກ​ວ່າ ກອງ​ທຶນ​ສົ່ງ​ເສີມ​ການ​ຮຽນ ບໍ່​ພຽງ​ແຕ່​ແມ່ນ​ວຽກ​ງານ​ສົ່ງ​ເສີມ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ສ້າງ​ກຳ​ລັງ​ຫນູນ​ໃຫ້​ວຽກ​ງານ​ສົ່ງ​ເສີມ​ຜູ້​ເກັ່ງ​ກ້າ​ສາ​ມາດ, ພົບ​ເຫັນ ແລະ ດູ​ແລ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ​ປະ​ເທດ​ຊາດ, ນຳ​ມາ​ເຊິ່ງ​ຄວາມ​ຍຸ​ຕິ​ທຳ ແລະ ເງື່ອນ​ໄຂ​ພັດ​ທະ​ນາ​ໃຫ້​ເດັກ​ນ້ອຍ​ຫວຽດ​ນາມ​ທຸກ​ຄົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່​ຍູ້​ແຮງວຽກ​ງານ​ສົ່​ງ​ເສີມ​ການ​ຮຽນ​ກວ່າ​ອີກ, ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ຮຽນ, ເປັນ​ຕົ້ນ​ແມ່ນ​ນັກ​ຮຽນ​ຢູ່​ເຂດ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ລ້ວນ​ແຕ່​ໄດ້​ໄປ​ໂຮງ​ຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ