ທ່ານ​ຮອງ​ປະ​ທານ​ ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ Valdis Dombrovski

(VOVWORLD) - ຫວຽດນາມ ແມ່ນຄູ່ຮ່ວມມືທາງການຄ້າສຳຄັນຂອງ EU ກໍ່ຄືບັນດາປະເທດສະມາຊິກ EU ແລະ ປັດຈຸບັນຍັງມີຫຼາຍຂົງເຂດ ທີ່ມີຄວາມສາມາດບົ່ມຊ້ອນ ເພື່ອໃຫ້ສອງຝ່າຍຮ່ວມມືກັນຄື: ການຢາ, ອາຫານການກິນ, ອຸດສາຫະກຳ ລົດໂອໂຕ.
ທ່ານ​ຮອງ​ປະ​ທານ​ ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ Valdis Dombrovski - ảnh 1ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ການຕ້ອນຮັບທ່ານ Valdis Dombrovski ຮອງປະທານຄະນະກຳມະການເອີລົບ (EC) (ພາບ: TTXVN)

ຕອນບ່າຍວັນທີ 2 ພະຈິກ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ໃຫ້ການຕ້ອນຮັບທ່ານ Valdis Dombrovski ຮອງປະທານຄະນະກຳມະການເອີລົບ (EC), ຂ້າຫຼວງໃຫຍ່ຮັບຜິດຊອບ ການຄ້າ ສະຫະພາບ ເອີລົບ (EU) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ໄດ້ສະເໜີໃຫ້ທ່ານຮອງປະທານ EC ຊຸກຍູ້ລັດຖະສະພາບາງປະເທດສະມາຊິກ EU ທີ່ຍັງເຫຼືອໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ ເພື່ອໃຫ້ສັນຍາມີຜົນສັກສິດ ແລະ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນໂດຍໄວ, ອາລັກຂາຜົນປະໂຫຍດອັນຊອບທຳຂອງວິສາຫະກິດສອງຝ່າຍ, ສົ່ງເສີມບັນດາວິສາຫະກິດ EU ມາລົງທຶນຢູ່ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາໂຄງການທີ່ມີຄຸນນະພາບສູງ ໃນບັນດາຂົງເຂດຄື: ອຸດສາຫະກຳ ປຸງແຕ່ງ, ພະລັງງານທົດແທນ, logistics; ໜູນຊ່ວຍ ຫວຽດນາມ ກ່ຽວກັບທຶນ, ເຕັກໂນໂລຢີ, ກົດໝາຍ, ຊັບພະຍາກອນມະນຸດ, ພັດທະນາເສດຖະກິດສີຂຽວ, ຫັນເປັນດີຈີຕອນ, ຫັນປ່ຽນພະລັງງານຢ່າງມີຄວາມຍຸຕິທຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດຖະແຫຼງການການເມືອງກ່ຽວກັບການສ້າງຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງມີຄວາມສະເໝີພາບ (JETP) ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ G7 ໃຫ້ປະກົດຜົນເປັນຈິງ.

ສ່ວນທ່ານ Valdis Dombrovski ຮອງປະທານ EC, ຂ້າຫຼວງໃຫຍ່ຮັບຜິດຊອບ ການຄ້າ EU ຊີ້ແຈ້ງວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທາງການຄ້າສຳຄັນຂອງ EU ກໍ່ຄືບັນດາປະເທດສະມາຊິກ EU ແລະ ປັດຈຸບັນຍັງມີຫຼາຍຂົງເຂດ ທີ່ມີຄວາມສາມາດບົ່ມຊ້ອນ ເພື່ອໃຫ້ສອງຝ່າຍຮ່ວມມືກັນຄື: ການຢາ, ອາຫານການກິນ, ອຸດສາຫະກຳ ລົດໂອໂຕ. ກ່ຽວກັບການຕ້ານການຂຸດຄົ້ນ IUU, EC ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງ ຫວຽດນາມ ໃນການປະຕິບັດສຳເລັດກອບນິຕິກຳ, ທ່ານກໍ່ໃຫ້ຄຳໝັ້ນສັນຍາຈະຈັດສົ່ງຄະນະປະຕິບັດງານໄປຍັງຫວຽດນາມ ໂດຍໄວ ເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ