ທ່ານຮອງປະທານສະພາ ແຫ່ງຊາດ ຮີງງອກເຊີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ເບລາຣຸດ

ທ່ານຮອງປະທານສະພາ ແຫ່ງຊາດ ຮີງງອກເຊີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ເບລາຣຸດ - ảnh 1
(ພາບປະກອບ: vietnamplus.vn)

(vovworld) - ທີ່​ການ​ເຮັດ​ວຽກ​​ປະທານ​ສະພາ​ຕໍ່າ​ເບ​ລາຣຸດ V.Andreichenko ​ແລະ ທ່ານ​ຮອງ​ປະທານ​ສະພາ​ຕໍ່າ Guminski ​ໃນ​ວັນ​ທີ 02/12, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຮີງງອກ​ເຊີນ ຢືນຢັນ​ວ່າ, ຍາມ​ໃດຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ ເບ​ລາຣຸດ ​ແລະ ການ​ຢ້ຽມຢາມ​ ເບ​ລາຣຸດ ​ຂອງ​ຄະນະ​ຜູ້​ແທນສະພາ​ແຫ່ງ​ຊາດ​ຫວຽດນາມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ມິດ​ຕະພາບ​ລະຫວ່າງ 2 ປະ​ເທດ ​ແລະ 2 ສະພາ​ແຫ່ງ​ຊາດ. ສ່ວນ​ທ່ານ​ປະທາ​ນສະພາ​ຕໍ່າເບ​ລາຣຸດ V.Andreichenko ຢືນຢັນ​ວ່າ ຍາມ​ໃດສະພາ​ແຫ່ງ​ຊາດ ເບ​ລາຣຸດ ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ. 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ຍົກ​ສູງ​ປະສິດທິ​ຜົນ​​ແຫ່ງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເຊິ່ງຕາມ​ນັ້ນ​ແລ້ວ, ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາຄະນະຜູ້​ແທນ​ຂັ້ນ​ສູງ, ​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື​ລະຫວ່າງບັນດາ​ກຳມາ​ທິການລະຫວ່າງ 2 ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ...  2 ຝ່າຍ​ກໍ່​ເປັນ​ເອກະ​ພາບກັນ​ຊຸກຍູ້, ​ໃຫ້​ສັດຕະຍາບັນ ​ແລະ ຕິດຕາມ​ກວດກາ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ສັນຍາ, ຂໍ້​ຕົກລົງ​ລະຫວ່າງ 2 ປະ​ເທດ; ສະໜັບສະໜູນ​ຫວຽດນາມ ​ແລະ ພັນທະ​ພາບ​ພາສີ (​ເຊິ່ງລວມມີ ລັດ​ເຊຍ, ​ເບ​ລາຣຸດ ​ແລະ ກາຊັກສຖານ) ສິ້ນ​ສຸດ​ການ​ເຈລະຈາ​ສັນ​ຍາ​ການ​ຄ້າ​ເສລີ (FTA)...

ຂ່າວ/ບົດ​ອື່ນ