ທ່ານຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຕ້ອນຮັບຄະນະຜູ້ແທນຫວຽດນາມ

ທ່ານຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຕ້ອນຮັບຄະນະຜູ້ແທນຫວຽດນາມ - ảnh 1
ທ່ານ ຫວານ​ຈາງ, ຮອງ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ປະ​ຊາ​ຊົນ ຫວຽດ​ນາມ - ຈີນ
ພາບ:dangcongsan

(vovworld)-  ຕອນ​ເຊົ້າ​ວັນ​ທີ 9/12 ທີ່​ຫໍ​ສະ​ພາ​ແຫ່ງ​ຊາດ​ປະ​ຊາ​ຊົນ​ຈີນຢູ່​ນະ​ຄອນ​ຫລວງ ປັກ​ກີງ ປະ​ເທດ​ຈີນ, ທ່ານ ຫວານ​ຈາງ, ຮອງ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ປະ​ຊາ​ຊົນ ຫວຽດ​ນາມ - ຈີນ ຄັ້ງ​ທີ 8 ຊື່ງ​ດຳ​ເນີນ​ຢູ່​ນະ​ຄອນ ຫັງ​ເຈົາ.

ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຫວານ​ຈາງ ໄດ້​ຢືນ​ຢັນ​ວ່າ: ​ ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຈີນ ມີຄວາມ​ປາດ​ຖະ​ຫນາ ແລະ ຕັດ​ສິນ​ໃຈປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ຫວຽດ​ນາມ​ຢ່າງບໍ່​ຢຸດຢັ້ງ. ທ່ານ ຫວາງ​ຈາງ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ ມີ​ວິ​ສາ​ຫະ​ກິດ​ຈີນ ຈຳ​ນວນ​ຫນຶ່ງ​ພວມ​ເຄື່ອນ​ໄຫວ​ສຳ​ເລັດ​ຜົນ​ຢູ່​ຫວຽດ​ນາມ. ຕາງ​ຫນ້າ​ໃຫ້​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ, ທ່ານ ຟ້າມ​ວັນ​ເຈືອງ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ  ​ໄດ້​ເຫັນ​ດີເປັນ​ເອ​ກະ​ພາບ ຈະ​ຮັກ​ສາ ແລະ ສືບຕໍ່​ເສີມ​ສ້າງ​ໄມ​ຕິ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ພ​ອ້ມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ນັບ​ມື້​ນັບ​ສະ​ຫນິດ​ຕິດ​ພັນ​ກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ