ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO: ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ UNESCO ກັບ​ບັນ​ດາ​ປະ​ເທດ ສະ​ມາ​ຊິກ

(VOVWORLD) - ການຢ້ຽມຢາມຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນຂີດໝາຍປະຫວັດສາດສຳຄັນໃນການພົວພັນລະຫວ່າງສອງຝ່າຍ.
ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO: ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ UNESCO ກັບ​ບັນ​ດາ​ປະ​ເທດ ສະ​ມາ​ຊິກ - ảnh 1ທ່ານ Xing Qu ຮອງຜູ້ອຳນວຍການໃຫຍ່ UNESCO (ພາບ: nhandan.vn)

ກ່ອນການຢ້ຽມຢາມຢ່າງເປັນທາງການ ແລະ ເຮັດວຽກ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກັບທ່ານຜູ້ອຳນວຍການໃຫຍ່ ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຢູ່ສຳນັກງານຂອງອົງການນີ້ ຢູ່ນະຄອນຫຼວງ ປາຣີ, ປະເທດຝລັ່ງ ທີ່ຈະດຳເນີນໃນວັນທີ 7 ຕຸລາ. ທ່ານ Xing Qu ຮອງຜູ້ອຳນວຍການໃຫຍ່ UNESCO ເນັ້ນໜັກວ່າ: ການຢ້ຽມຢາມຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນຂີດໝາຍປະຫວັດສາດສຳຄັນໃນການພົວພັນລະຫວ່າງສອງຝ່າຍ. ນີ້ແມ່ນໂອກາດເພື່ອຍົກສູງການພົວພັນຄູ່ຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ UNESCO ແລະ ຊຸກຍູ້ ການພົວພັນຮ່ວມມືນີ້ກ່ວາອີກ ໃນຊຸມປີຕໍ່ໄປ.

ທ່ານ Xing Qu ເນັ້ນໜັກວ່າ ນັບແຕ່ເວລາ ຫວຽດນາມ ເຂົ້າຮ່ວມ UNESCO ໃນປີ 1976, ຫວຽດນາມ ແມ່ນໜຶ່ງໃນບັນດາແບບຢ່າງທີ່ດີ ກ່ຽວກັບການຮ່ວມມືຢ່າງມີປະສິດທິຜົນ ແລະ ເພີ່ມພູນຄູນສ້າງການພົວພັນກັບ UNESCO ຢ່າງບໍ່ຢຸດຢັ້ງ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງ UNESCO ໃນການຍົກອອກບັນດາຂໍ້ສະເໜີ ແລະ ຜັນຂະຫຍາຍບັນດາຂໍ້ລິເລີ່ມເພື່ອແນໃສ່ປະກອບສ່ວນເສີມຂະຫຍາຍບົດບາດ ແລະ ຖານະບົດບາດຂອງ UNESCO ໃນສະພາບການໃໝ່ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ