ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ NATO Mark Rutte ຢ້ຽມ​ຢາມ ຢູ​ແກຼນ

(VOVWORLD) - ວັນທີ 03 ຕຸລາ, ທ່ານເລຂາທິການໃຫຍ່ຄົນໃໝ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO), Mark Rutte ໄດ້ເດີນທາງໄປຢ້ຽມຢາມ ຢູແກຼນ, ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານໃນຖານະໃໝ່.
ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ NATO Mark Rutte ຢ້ຽມ​ຢາມ ຢູ​ແກຼນ - ảnh 1ທ່ານເລຂາທິການໃຫຍ່ຄົນໃໝ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO), Mark Rutte (ພາບ: TTXVN)

ນະທີ່ນີ້, ທ່ານ Rutte ໄດ້ມີການເຂົ້າຮ່ວມການປຶກສາຫາລືກັບທ່ານປະທານາທິບໍດີປະເທດເຈົ້າພາບ Volodymyr Zelensky  ກ່ຽວກັບແຜນການຢຸດຕິການປະທະກັນ ຢູ່ ຢູແກຼນ. ກ່າວຄຳເຫັນໃນການຖະແຫຼງການຮ່ວມຢູ່ນະຄອນຫຼວງ Kiev, ທ່ານເລຂາທິການໃຫຍ່ Rutte ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຂອງ NATO ກ່ຽວກັບເລື່ອງ ຢູແກຼນ ກາຍເປັນສະມາຊິກຂອງກຸ່ມ ແລະ ເນັ້ນໜັກເຖິງເລື່ອງຊຸກຍູ້ການຜະລິດອຸດສາຫະກຳຮັບໃຊ້ການປ້ອງກັນຊາດ ແມ່ນບຸລິມະສິດແຖວໜ້າຂອງ NATO. ໃນຂະນະນັ້ນ, ທ່ານປະທານາທິບໍດີ Zelensky ໃຫ້ຮູ້ວ່າ ທ່ານໄດ້ປຶກສາຫາລືກັບທ່ານເລຂາທິການໃຫຍ່ NATO ຄົນໃໝ່ ກ່ຽວກັບສະພາບການສະໜາມຮົບ ແລະ ແຜນການຢຸດຕິການປະທະກັນຢູ່ ຢູແກຼນ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ວັນທີ 04 ຕຸລາ, ຮອງໂຄສົກທຳນຽບ 5 ແຈ ຖືວ່າ ເລື່ອງ ອາເມລິກາ ເຂົ້າຮ່ວມການມ້າງທຳລາຍລູກສອນໄຟຂອງ ລັດເຊຍ ຢູ່ເຂດນ່ານຟ້າ ຢູແກຼນ ກໍມີຄວາມໝາຍອັນດຽວກັນກັບເລື່ອງ ປະເທດນີ້ຖືກດຶງເຂົ້າການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

ທູຮ່າ - ນັກຂ່າວ VOV ປະຈຳ ລັດເຊຍ

 

ຕອບກັບ

ຂ່າວ/ບົດ​ອື່ນ