ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ໄປວາງພວງມາລາຢູ່​ສຸ​ສານ ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) -  ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ໄປວາງພວງມາລາ, ເຂົ້າສຸສານ ອາໄລຫາປະທານໂຮ່ຈີມິນ.
ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ໄປວາງພວງມາລາຢູ່​ສຸ​ສານ ປະ​ທານ​ໂຮ່​ຈີ​ມິນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ໄປວາງພວງມາລາຢູ່ສຸສານ ປະທານໂຮ່ຈີມິນ

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ຕອນເຊົ້າວັນທີ 11 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ໄປວາງພວງມາລາ, ເຂົ້າສຸສານ ອາໄລຫາປະທານໂຮ່ຈີມິນ. ພວງມາລາຂອງຄະນະມີແຖວໜັງສື: ປະທານໂຮ່ຈີມິນ ຍືນຍົງຄົງຕົວໃນພາລະກິດແຫ່ງການປະຕິວັດຂອງພວກເຮົາຕະຫຼອດໄປ.

ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວໄດ້ໄປວາງພວງມາລາ, ອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດອານຸສາວະລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ. ພວງມາລາຂອງຄະນະມີແຖວໜັງສືຂຽນວ່າ: ຈົດຈຳວິລະກຳຂອງບັນດານັກຮົບປະຕິວັດ ຫວຽດນາມ ໄປຊົ່ວກາລະນານ.

ຕອບກັບ

ຂ່າວ/ບົດ​ອື່ນ