ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ລາວ​ຕີ​ລາ​ຄາ​ສູງ​ການ​ເສຍ​ສະຫຼະ​ຊີ​ວິດ​ອັນ​ຍິ່ງ​ໃຫຍ່​ຂອງ​ ​ອະ​ດີດນັກ​ຮົບ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ການ​ທະ​ຫານ ຫວຽດ​ນາມ

(VOVWORLD) - ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ຍາມໃດກໍ່ມີຄວາມສະໜິດຕິດພັນ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ລາວ​ຕີ​ລາ​ຄາ​ສູງ​ການ​ເສຍ​ສະຫຼະ​ຊີ​ວິດ​ອັນ​ຍິ່ງ​ໃຫຍ່​ຂອງ​ ​ອະ​ດີດນັກ​ຮົບ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ການ​ທະ​ຫານ ຫວຽດ​ນາມ - ảnh 1ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃຫ້ການຕ້ອນຮັບຄະນະ 

ຄະນະອະດີດນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ການທະຫານຂອງ ຫວຽດນາມ ຊ່ວຍເຫຼືອລາວ ໂດຍທ່ານພົນຈັດຕະວາ ຮ່ີງດັກເຮືອງ, ຫົວໜ້າຄະນະຕິດຕໍພົວພັນທົ່ວປະເທດ ອະດີດນັກຮົບອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍເຫຼືອລາວ ເປັນຫົວໜ້າຄະນະ ພວມຢ້ຽມຢາມ ລາວຕາມຄຳເຊື້ອເຊີນຂອງກະຊວງປ້ອງກັນປະເທດລາວ (22 – 26/9)

ຕອນບ່າຍວັນທີ 23 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ; ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍາລາດ ແລະ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ທອງສະຫວັນ ພົມວິຫານ ໄດ້ໃຫ້ການຕ້ອນຮັບຄະນະຕາມລຳດັບ. ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ຢັ້ງຢືນວ່າ ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ຍາມໃດກໍ່ມີຄວາມສະໜິດຕິດພັນ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ.

ສ່ວນທ່ານພົນຈັດຕະວາຮິ່ງດັກເຮືອງ ໄດ້ເນັ້ນໜັກເຖິງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໂດຍໄດ້ຮັບການເສີມສ້າງດ້ວຍເລືອດເນື້ອ, ເຫືອແຮງ ຂອງການນຳລຸ້ນກ່ອນ, ຂອງກອງທັບ ແລະ ປະຊາຊົນສອງປະເທດ, ກາຍເປັນຊັບສິນອັນລ້ຳຄ່າຂອງສອງຊາດ, ແມ່ນການພົວພັນມີພຽງແຕ່ໜຶ່ງບໍ່ມີສອງໃນປະຫວັດສາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ