ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເນັ້ນ​ໜັກ​ເຖິງ​ຄວາມ​ຮຽກ​ຮ້ອງໃຫ້​ສືບ​ຕໍ່​ປ່ຽນ​ແປງ​ໃໝ່ແບບ​ວິ​ທີ​ນຳ​ພາ, ກຳ​ອຳ​ນາດ​ຂອງ​ພັກ

(VOVWORLD) - ວັນທີ 16 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ມີບົດຂຽນສຳຄັນກ່ຽວກັບການສືບຕໍ່ປຽນແປງໃໝ່ແລລວິທີນຳພາ, ກຳອຳນາດຂອງພັກຢ່າງແຮງ, ພ້ອມທັງຍົກໃຫ້ເຫັນບັນດາຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນໃນໄລຍະປະຕິວັດໃໝ່ຢ່າງພົ້ນເດັ່ນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເນັ້ນ​ໜັກ​ເຖິງ​ຄວາມ​ຮຽກ​ຮ້ອງໃຫ້​ສືບ​ຕໍ່​ປ່ຽນ​ແປງ​ໃໝ່ແບບ​ວິ​ທີ​ນຳ​ພາ, ກຳ​ອຳ​ນາດ​ຂອງ​ພັກ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ພາບ: VOV)

ໃນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ໃນໄລຍະກ່ວາ 94 ປີ ແຫ່ງການນຳພາການປະຕິວັດ, ພັກມີການຊອກຮູ້, ພັດທະນາ, ເພີ່ມເຕີມ, ສ້າງແບບວິທີການນຳພາໃຫ້ສົມບູນແບບ, ຍົກສູງຄວາມສາມາດໃນການນຳພາ, ຄວາມສາມາດໃນການກຳອຳນາດຢ່າງບໍ່ຢຸດຢັ້ງ. ນີ້ແມ່ນປັດໄຈໄລກອນຮັບປະກັນໃຫ້ພັກ ຍາມໃດກໍ່ປອດໄສ, ໝັ້ນຄົງເຂັ້ມແຂງ, ນຳການປະຕິວັດຜ່ານຜ່າທຸກຄວາມຫຍຸ້ງຍາກ, ຍາດໄດ້ໄຊຊະນະນີ້ສູ່ໄຊຊະນະອື່ນ. ປະເທດພວມຍືນຢູ່ຕໍ່ໜ້າຈຸດເວລາປະຫວັດສາດໃໝ່, ຍຸກສະໄໝໃໝ່, ຍຸກສະໄໝບືນຕົວຂຶ້ນຂອງຊາດ, ຮຽກຮ້ອງຕ້ອງການມີປ່ຽນແປງໃໝ່ແບບວິທີນຳພາ, ຍົກສູງຄວາມສາມາດໃນການນຳພາ, ຄວາມສາມາດກຳອຳນາດ ເພື່ອນຳຊາດ ຫວຽດນາມ ສືບຕໍ່ກ້າວຂຶ້ນ ຢ່າງຮີບດ່ວນ. ເພື່ອສືບຕໍ່ປ່ຽນແປງໃໝ່ຢ່າງແຮງແບບວິທີນຳພາ, ຍົກສູງຄວາມສາມາດໃນການນຳພາ, ຄວາມສາມາດໃນການກຳອຳນາດ, ພັກຕ້ອງປະຕິບັດບາງວຽກງານຈຸດສຸມລວມມີ: ທີໜຶ່ງ, ເປັນເອກນະພາບໃນການຮັບຮູ້ ແລະ ປະຕິບັດແບບວິທີນຳພາ, ການກຳອຳນາດຂອງພັກຢ່າງເຂັ້ມງວດ. ທີສອງ, ສຸມໃສ່ເຮັດໃຫ້ ກົງຈັກ, ອົງການຈັດຕັ້ງພັກ ກະທັດລັດກ່ວາ, ກາຍເປັນແກນສານພູມປັນຍາຢ່າງແທ້ຈິງ, ແມ່ນກອງປະຈັນໜ້ານຳພາອົງການແຫ່ງລັດ. ທີສາມ, ປ່ຽນແປງໃໝ່ການປະກາດໃຊ້ ແລະ ເຊື່ອມຊືມ, ປະຕິບັດມະຕິຂອງພັກ, ສ້າງບັນດາອົງການຈັດຕັ້ງພັກຂັ້ນຮາກຖານ, ສະມາຊິກພັກທີ່ແມ່ນຈຸລັງຂອງພັກຢ່າງແທ້ຈິງ.  ທີສີ່, ສືບຕໍ່ປ່ຽນແປງໃໝ່ວຽກງານກວດກາ, ຕິດຕາມກວດກາ; ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ ເຂົ້າໃນບັນດາການເຄື່ອນໄຫວຂອງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ