ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເປັນ​ເຈົ້າ​ພາບ​ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ Guinea – Bissau

(VOVWORLD) -   ຕອນຄ່ຳວັນທີ 06 ກັນຍາ, ຢູ່ຫໍປະຊຸມສາກົນ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ສາທາລະນະລັດ Guinea – Bissau Umaro Sissoco Embalo ພ້ອມດ້ວຍພັນລະຍາ ຢ່າງສົມກຽດ ເຊິ່ງພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເປັນ​ເຈົ້າ​ພາບ​ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ Guinea – Bissau - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເປັນປະທາເຈົ້າພາບຈັດງານລ້ຽງຕ້ອນຮັບ ທ່ານປະທານາທິບໍດີ ສາທາລະນະລັດ Guinea – Bissau Umaro Sissoco Embalo (ພາບ: VOV)

ກ່າວຄຳເຫັນເປີດງານລ້ຽງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຕີລາຄາສູງໝາກຜົນການເຈລະຈາກັບທ່ານປະທານາທິບໍດີ Umaro Sissoco Embalo, ຜ່ານນັ້ນ ໄດ້ເຫັນດີເປັນເອກະພາບຕໍ່ບັນດາກຳນົດທິດສຳຄັນ ເພື່ອຜັນຂະຫຍາຍການຮ່ວມມືໃນທຸກຂົງເຂດບຸລິມະສິດໃຫ້ຄົບຊຸດ, ພ້ອມທັງລົງນາມໃນເອກະສານຮ່ວມມືສະບັບຕ່າງໆ ເພື່ອສ້າງກອບນິຕິກຳອັນສະດວກໃຫ້ແກ່ການຮ່ວມມືສອງຝ່າຍ. ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ແລະ ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນປະມຸກລັດຄັ້ງທຳອິດ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດ, ຈະເປີດສັງກາດໃໝ່ໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ  Guinea – Bissau, ຕອບສະໜອງຄວາມປາດຖະໜາຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ເມື່ອກ່າວຄຳເຫັນຕອບກັບ, ທ່ານປະທານາທິບໍດີ Umaro Sissoco Embalo ຢັ້ງຢືນ ຫວຽດນາມ ມີບົດບາດສຳຄັນເປັນພິເສດໃນຫົວໃຈ ແລະ ຄວາມຊົງຈຳຂອງປະຊາຊົນ ອາຟະລິກາ, ທ່ານປາດຖະໜາວ່າ ໝາກຜົນການສົນທະນາຄັ້ງນີ້ ຈະໄດ້ຮັບການຫັນເປັນລະອຽດຜ່ານບັນດາກົນໄກຊຸກຍູ້ແລກປ່ຽນດ້ານເສດຖະກິດ, ການຄ້າ, ວັດທະນະທຳ ແລະ ວິທະຍາສາດ. ທ່ານປະທານາທິບໍດີ Umaro Sissoco Embalo ກໍຮຽກຮ້ອງໃຫ້ບັນດານັກລົງທຶນ ຫວຽດນາມ ໄປລົງທຶນຢູ່ Guinea – Bissau ເພື່ອພ້ອມກັນສ້າງສາຍພົວພັນຄູ່ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເປັນ​ເຈົ້າ​ພາບ​ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ Guinea – Bissau - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານ Umaro Sissoco Embalo ປະທານາທິບໍດີສາທາລະນະລັດ Guinea-Bissau

     ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 7 ກັນຍາ, ຢູ່ສໍານັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການພົບປະກັບທ່ານ Umaro Sissoco Embalo ປະທານາທິບໍດີສາທາລະນະລັດ Guinea-Bissau

ທີ່ການພົບປະ, ເມື່ອປຶກສາຫາລືບັນດາທິດທາງ ຊຸກຍູ້ການພົວພັນຮ່ວມມືໃນໄລຍະຈະມາເຖິງ, ການນຳສອງ 2 ທ່ານເຫັນດີເປັນເອກະພາບ ສົມທົບກັນພັດທະນາການພົວພັນຮ່ວມມືບົນຈິດໃຈ “ຄູ່ຮ່ວມມືທີ່ຈິງໃຈ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ”; ກຳນົດ 03 ບຸລິມະສິດໃນການຮ່ວມມືດ້ານການເມືອງ - ການຕ່າງປະເທດ, ໃນນັ້ນມີການ ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົວພັນທຸກຂັ້ນ; ປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອຊຸກຍູ້ການຮ່ວມມືໃນລະດັບພາກພື້ນ, ໃນນັ້ນ Guinea-Bissau ໜູນຊ່ວຍ ຫວຽດນາມ ຊຸກຍູ້ການພົວພັນຮ່ວມມືກັບສະຫະພາບອາຟຼິກາ, ປະຊາຄົມເສດຖະກິດບັນດາປະເທດອາຟຼິກາຕາເວັນຕົກ (ECOWAS), ແລະ ຫວຽດນາມ ຖືເປັນຂົວຕໍ່ໃຫ້ແກ່ການຮ່ວມມືລະຫວ່າງ Guinea-Bissau ກັບ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະບັນດາປະເທດສະມາຊິກ. 

ຫວຽດເກື່ອງ


ຕອບກັບ

ຂ່າວ/ບົດ​ອື່ນ