ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມທາງລັດຖະກິດ ອຽກລັງ

(VOVWORLD) - ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອຽກລັງ ໄດ້ຢັ້ງຢືນວ່າ ຍາມໃດ ຫວຽດນາມ ກໍ່ຖືການພົວພັນກັບ ອຽກລັງ ເປັນສຳຄັນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມທາງລັດຖະກິດ ອຽກລັງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດສະໜາມບິນ Dublin
(ພາບ: TTXVN)

        ພາຍຫຼັງສິ້ນສຸດບັນດາການເຄື່ອນໄຫວໃນການຢ້ຽມຢາມທາງລັດຖະກິດ ມົງໂກນ, ວັນທີ 01 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ Ulan Bator, ດຳເນີນການໄປຢ້ຽມຢາມທາງລັດຖະກິດ ອຽກລັງ ແຕ່ວັນທີ 01 – 03 ຕຸລາ, ຕາມຄຳເຊີນຂອງທ່ານປະທານາທິບໍດີ ອຽກລັງ Michael Higgins.

        ວັນທີ 02 ຕຸລາ (ຕາມເວລາ ຮ່າໂນ້ຍ), ເຮືອບິນໂດຍສານນຳສົ່ງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ລົງຈອດຢູ່ສະໜາມບິນ Dublin, ນະຄອນຫຼວງ Dublin, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ອຽກລັງ. ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອຽກລັງ ໄດ້ຢັ້ງຢືນວ່າ ຍາມໃດ ຫວຽດນາມ ກໍ່ຖືການພົວພັນກັບ ອຽກລັງ ເປັນສຳຄັນ, ປະກອບສ່ວນເຮັດໃຫ້ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງເລິກເຊິ່ງຂຶ້ນຕື່ມ.

        ໃນເວລາ 11 ໂມງ 40 ນາທີຂອງວັນທີ 02 ຕຸລາ (ຕາມເວລາທ້ອງຖິ່ນ), ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ອຽກລັງ ແຕ່ວັນທີ 01 – 03 ຕຸລາ, ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ ອຽກລັງ. ທ່ານປະທານາທິບໍດີ ອຽກລັງ Michael Daniel Higgins ແລະ ພັນລະຍາໄດ້ເປັນປະທານພິທີຕ້ອນຮັບ.

        ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະສະເພາະກັບທ່ານປະທານາທິບໍດີ ອຽກລັງ Michael Daniel Higgins. ສິ້ນສຸດການພົບປະສະເພາະ, ການນຳ 2 ທ່ານໄດ້ດຳເນີນການພົບປະເຈລະຈາຢ່າງເປັນທາງການ. ພາຍຫຼັງການພົບປະເຈລະຈາຢ່າງເປັນທາງການ, ການນຳ 2 ທ່ານໄດ້ປູກຕົ້ນໄມ້ທີ່ລະນຶກຢູ່ສວນທຳນຽບປະທານາທິບໍດີ.

ຕອບກັບ

ຂ່າວ/ບົດ​ອື່ນ