ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໂອ້​ລົມ​ສົນ​ທະ​ນາ ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ Michael Higgins

(VOVWORLD) - ທີ່ການໂອ້ລົມສົນທະນາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອຽກລັງ.
ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໂອ້​ລົມ​ສົນ​ທະ​ນາ ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ Michael Higgins - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໂອ້ລົມສົນທະນາ ກັບທ່ານປະທານາທິບໍດີ ອຽກລັງ Michael Higgins (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອຽກລັງ, Michael Higgins, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ປະຕິບັດການຢ້ຽມຢາມທາງລັດຖະກິດຢູ່ ອຽກລັງໃນລະຫວ່າງວັນທີ 1 – 3 ຕຸລາ. ຕອນເຊົ້າວັນທີ 2 ຕຸລາ, ຕາມເວລາທ້ອງຖິ່ນ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການຢູ່ທຳນຽບປະທານາທິບໍດີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ Michael Higgins ໄດ້ເປັນປະທານຮ່ວມການໂອ້ລົມສົນທະນາລະຫວ່າງຄະນະຜູ້ແທນຂັ້ນສູງ ສອງປະເທດ.

ທີ່ການໂອ້ລົມສົນທະນາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອຽກລັງ, ທ່ານປາດຖະໜາຢາກໃຫ້ ອຽກລັງສືບຕໍ່ສະໜອງການໜູນຊ່ວຍພັດທະນາໃຫ້ ຫວຽດນາມ ໃນບັນດາຂົງເຂດບຸລິມະສິດຄື: ການເຕີບໂຕສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ການພັດທະນາແບບຍືນຍົງ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຕັ້ງໜ້າຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃນປັດຈຸບັນ. ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນ, ການນຳສອງທ່ານໄດ້ເນັ້ນໜັກວ່າ ສອງຝ່າຍຄວນໝູນໃຊ້ ຈາກສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ຢ່າງມີປະສິດທິຜົນ, ຊຸກຍູ້ການເຊື່ອມຕໍ່ທາງການຄ້າ - ການລົງທຶນ, ໜູນຊ່ວຍປະຊາຄົມວິສາຫະກິດສອງປະເທດ, ສູ້ຊົນນຳວົງເງິນການຄ້າລະຫວ່າງສອງປະເທດ ຂຶ້ນລະດັບ 5 ຕື້ USD ໃນປີ 2026. ການນຳສອງທ່ານກໍ່ເຫັນດີເປັນເອກະພາບ ຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ປະກອບສ່ວນຍົກສູງຄຸນນະພາບການບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຊູກຍູ້ການຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳຢູ່ ຫວຽດນາມ.

ແລະກໍ່ໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມມະຫາວິທະຍາໄລ Trinity College Dublin. ນີ້ແມ່ນໜຶ່ງໃນບັນດາມະຫາວິທະຍາໄລທີ່ສ້າງຕັ້ງແຕ່ດົນນານ ແລະ ມີຊື່ສຽງທີ່ສຸດໃນໂລກ.

ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີບົດກ່າວປາໄສກ່ຽວກັບນະໂຍບາຍ, “ວິໄສທັດ ກ່ຽວກັບສັງກາດໃໝ່ໃນການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ອຽກລັງ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ”. ທ່ານເລຂາທິການໃຫຍ່, ປະທານປະເທດ ໃຫ້ຮູ້ວ່າພາຍຫຼັງການສ້າງຕັ້ງການພົວພັນທາງການທູດມາເປັນເວລາເກືອບ 3 ທົດສະວັດ, ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອຽກລັງ ນັບມື້ນັບມີການພັດທະນາທີ່ຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ