ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ ພົບ​ປະເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທາ​ບໍ​ດີ ຝ​ລັ່ງ Emmanuel Macron

(VOVWORLD) - ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ເຫັນດີເປັນເອກກະພາບຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ເຫັນດີເປັນເອກະພາບຕໍ່ບັນດາທິດທາງ, ມາດຕະການໃຫຍ່ເພື່ອແນໃສ່ນຳຂອບເຂດຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ຝລັ່ງນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ສ່ອດຄອງກັບຂອບເຂດການຮ່ວມມືລະຫວ່າງສອງປະເທດ. 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ ພົບ​ປະເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທາ​ບໍ​ດີ ຝ​ລັ່ງ Emmanuel Macron - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເດີນທາງມາຢ້ຽມຢາມຝລັ່ງຢ່າງເປັນທາງການໃນລະຫວ່າງ ວັນທີ 6 – 7 ຕຸລາ. ພາຍຫຼັງພິທີຕ້ອນຮັບຢ່າງສົດກຽດ ໃນວັນທີ 7 ຕຸລາ, ຕາມເວລາທ້ອງຖິ່ນ, ຢູ່ວັງ Elysée, Paris, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີ Emmanuel Macron.

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ເຫັນດີເປັນເອກກະພາບຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ເຫັນດີເປັນເອກະພາບຕໍ່ບັນດາທິດທາງ, ມາດຕະການໃຫຍ່ເພື່ອແນໃສ່ນຳຂອບເຂດຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ຝລັ່ງນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ສ່ອດຄອງກັບຂອບເຂດການຮ່ວມມືລະຫວ່າງສອງປະເທດ. ດ້ວຍການຕັດສິນໃຈນີ້, ຝລັ່ງໄດ້ກາຍເປັນປະເທດທຳອິດໃນສະຫະພາບ ເອີລົບ (EU) ທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ.

ສອງຝ່າຍໄດ້ຕີລາຄາການຮ່ວມມືໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນ: ເຫັນດີເປັນເອກະພາບຈັດຕັ້ງການສົນທະນາຍຸດທະສາດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສົມທົບກັນ, ໜູນຊ່ວຍວຽກງານບຳລຸງສ້າງນາຍທະຫານ, ແບ່ງປັນບົດຮຽນປະສົບການວຽກງານປ້ອງກັນ, ຕໍ່ສູ້ຕ້ານອາດຊະຍາກຳ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສປ້ອງກັນຄວາມໝັ້ນຄົງໃນພາກພື້ນ ແລະ ໂລກ.

ສ່ວນທ່ານປະທານາທິບໍດີ Emmanuel Macron ຢັ້ງຢືນວ່າ ຈະສະເໜີສະພາແຫ່ງຊາດຮັບຮອງເອົາສັນຍາ EVIPA ໂດຍໄວ. ທ່ານປະທານາທິບໍດີ Emmanuel Macron ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງ ຫວຽດນາມ ໃນການປະຕິບັດບັນດາການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງມີຄວາມສະເໝີພາບ - JETP ແລະ ຫັນປ່ຽນສີຂຽວ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມືບົນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະ ຝລັ່ງ ອາດຈະມີທ່າແຮງຄື ພື້ນຖານໂຄງລ່າງ, ການບິນອາວະກາດ, ວິທະຍາສາດ, ເຕັກໂນໂລຢີ, ພະລັງງານທົດແທນ, ພະລັງງານ hydrogen…

ຕອບກັບ

ຂ່າວ/ບົດ​ອື່ນ