ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງໃຫ້ ອິດ​ສະ​ລາ​ແອັນ ຢຸດ​ຕິ​ການ​ບຸກ​ໂຈມ​ຕີ​ເຂດ​​ຝັ່ງຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

(VOVWORLD) - ທ່ານເລຂາທິການໃຫຍ່ ສປຊ Antonio Guterres ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການບຸກໂຈມຕີທາງອາກາດຫວ່າງແລ້ວນີ້ຂອງ ອິດສະລາແອັນ ເລັ່ງໃສ່ເຂດ Tulkarm ແລະ Tubas ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຮັດໃຫ້ຫຼາຍຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງໃຫ້ ອິດ​ສະ​ລາ​ແອັນ ຢຸດ​ຕິ​ການ​ບຸກ​ໂຈມ​ຕີ​ເຂດ​​ຝັ່ງຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ - ảnh 1ພາບປະກອບ: TTXVN

ວັນທີ 29 ສິງຫາ, ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຍົກອອກຖະແຫຼງການໂດຍໃຫ້ຮູ້ວ່າ ທ່ານ Antonio Guterres ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການບຸກໂຈມຕີທາງອາກາດຫວ່າງແລ້ວນີ້ຂອງ ອິດສະລາແອັນ ເລັ່ງໃສ່ເຂດ Tulkarm ແລະ Tubas ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຮັດໃຫ້ຫຼາຍຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ, ກໍ່ຄວາມເສຍຫາຍທາງດ້ານພື້ນຖານໂຄງລ່າງສາທາລະນະ. ທ່ານ Antonio Guterres ກໍ່ໄດ້ກ່າວປະນາມຢ່າງແຮງຕໍ່ການເສຍຊີວິດຂອງປະຊາຊົນຢູ່ທີ່ນີ້ ເປັນຕົ້ນແມ່ນເດັກນ້ອຍ.

ທ່ານ Antonio Guterres ໄດ້ຮຽກຮ້ອງໃຫ້ອິດສະລາແອັນຢຸດຕິບັ້ນການທະຫານຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ພ້ອມທັງເນັ້ນໜັ້ກວ່າ ບັນດາການຜັນແປອັນຕະລາຍທີ່ເກີດຂຶ້ນຫວ່າງແລ້ວນີ້ ໄດ້ເຮັດໃຫ້ຄວາມເຄັ່ງຕຶງຢູ່ເຂດນີ້ ເພີ່ມຂຶ້ນຢ່າງແຮງ ເຊິ່ງໃຫ້ເຮັດໃຫ້ອຳນາດການປົກຄອງ ປາແລັດສະຕິນ ອ່ອນແອລົງ. ຕາມທ່ານ Antonio Guterres ແລ້ວ, ກອງທັບອິດສະລາແອັນຕ້ອງປະຕິບັດພັນທະ, ຂໍ້ກຳນົດແບບບັງແຄບຂອງກົດໝາຍມະນຸດສະທຳສາກົນ; ຈົ່ງລະງັບການນຳໃຊ້ອາວຸດຢ່າງສຸດຂີດ ພຽງແຕ່ນຳໃຊ້ອາວຸດເມື່ອບໍ່ສາມາດຫຼີກລ້ຽງໄດ້, ຕ້ອງປົກປ້ອງຄວາມປອດໄພໃຫ້ແກ່ສາມັນຊົນ. ທ່ານເລຂາທິການໃຫຍ່ ສປຊ ກໍ່ຮຽກຮ້ອງຮັກສາສະພາບການໃນປັດຈຸບັນຢູ່ເຂດສັກສິດ Al-Aqsa ຢູ່ Jerusalem ແລະ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຖະແຫຼງການ ແລະ ການກະທຳທີ່ອັນຕະລາຍ ມີລັກສະນະຍຸແຫຍ່ຂອງທ່ານລັດຖະມົນຕີກະຊວງຄວາມໝັ້ນຄົງ ອິດສະລາແອັນ ພາຍຫຼັງທ່ານມາຢ້ຽມຢາມສະຖານທີ່ດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ