ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ເນັ້ນ​ໜັກ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ ອີ​ຣັກ

(VOVWORLD) -ວັນທີ 1 ມີນາ, ໃນຂອບເຂດການຢ້ຽມຢາມອີີຣັກຄັ້ງທຳອິດພາຍຫຼັງ 6 ປີ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ມີການພົບປະກັບບັນດາເຈົ້າໜ້າທີ່ຂອງປະເທດພາກຕາເວັນອອກກາງນີ້.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ເນັ້ນ​ໜັກ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ ອີ​ຣັກ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: Hadi Mizban/AP)

ກ່າວຄຳເຫັນທີ່ການຖະແຫຼງການຮ່ວມ ພາຍຫຼັງການພົບປະກັບທ່ານນາຍົກລັດຖະມົນຕີ ອີຣັກ Mohammed Shia al-Sudani, ທ່ານ Antonio Guterres ໄດ້ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານ ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ສປຊ ກ່ຽວກັບການສະໜັບສະໜູນ ແລະ ໜູນຊ່ວຍທີ່ສະຫງວນໃຫ້ແກ່ Baghdad ໃນວິວັດການປັບປຸງບັນດາກົນໄກປະຊາທິປະໄຕ, ຊຸກຍູ້ສັນຕິພາບ, ພັດທະນາແບບຍືນຍົງ ແລະ ສິດທິມະນຸດ ໃຫ້ປະຊາຊົນອີຣັກ.

ການນຳ ສປຊ ຕີລາຄາສູງຄຳໝັ້ນສັນຍາຂອງ ທ່ານນາຍົກລັດຖະມົນຕີ ອີຣັກ ກ່ຽວກັບການແກ້ໄຂບັນດາສິ່ງທ້າທາຍໂດຍດ່ວນທີ່ສຸດເຊິ່ງອີຣັກພວມປະເຊີນໜ້າ, ກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ຍົກສູງຄຸນນະພາບການບໍລິການສາທາລະນະ, ຫັນພື້ນຖານເສດຖະກິດເປັນຫຼາຍຮູບແບບ ເພື່ອຫຼຸດຜ່ອນອັດຕາວ່າງງານ ແລະ ສ້າງກາລະໂອກາດໃຫ້ແກ່ປະຊາຊົນ, ພິເສດແມ່ນໄວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ