ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງລັດຖະບານໃນໄລຍະຜ່ານມາ; ພ້ອມທັງສະເໜີໃຫ້ລັດຖະບານ 2  ປະເທດສົມທົບກັນຊີ້ນຳບັນດາກະຊວງ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ - ảnh 1ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີລັດ ສປປ ລາວ ແລະ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ຕອນເຊົ້າວັນທີ 13 ກັນຍາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີລັດ ສປປ ລາວ ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມ WEF ASEAN 2018 ຢູ່ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງລັດຖະບານໃນໄລຍະຜ່ານມາ; ພ້ອມທັງສະເໜີໃຫ້ລັດຖະບານ 2  ປະເທດສົມທົບກັນຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເປັນເຈົ້າການສຸມໃສ່ຊອກຫາມາດຕະການ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງເພື່ອຍົກສູງປະສິດທິຜົນແຫ່ງການຮ່ວມມືໃນບັນດາຂົງເຂດ, ເປັນຕົ້ນແມ່ນກ່ຽວກັບເສດຖະກິດ, ການລົງທຶນ, ການຄ້າ… ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ແບ່ງເບົານບັນດາຄວາມເສຍຫາຍຂອງປະຊາຊົນແຂວງ ອັດຕະປື ຍ້ອນເຫດເຂື່ອນກັ້ນນ້ຳຢູ່ເຂື່ອນໄຟຟ້າເຊປ່ຽນ - ເຊນ້ຳນ້ອຍແຕກ ແລະ ບັນດາຄວາມເສຍຫາຍຈາກຝົນຕົກໜັກ, ນ້ຳຖ້ວມກໍ່ຂຶ້ນຢູ່ບັນດາແຂວງຂອງລາວ ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຢູ່ເຂດຖືກຜົນສະທ້ອນຈະແກ້ໄຂຜົນຮ້າຍຢ້ອນຫຼັງ, ຟື້ນຟູການຜະລິດ ແລະ ກັບຄືນສູ່ຊີວິດການເປັນຢູ່ປົກກະຕິໂດຍໄວ.

        ສ່ວນ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ສປປ ລາວ ໄດ້ອວຍພອນ ຫວຽດນາມ ເປັນເຈົ້າພາບຈັດຕັ້ງເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ ບັນລຸຜົນສຳເລັດ; ຂອບອົກຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອເຊິ່ງ ຫວຽດນາມ ສະຫງວນໃຫ້ ລາວ ນັບແຕ່ກ່ອນມາຮອດປະຈຸບັນ. ທ່ານ ທອງລຸນ ສີສຸລິດ ຢັ້ງຢືນວ່າ: ລັດຖະບານ ລາວ ຈະສົມທົບຢ່າງແໜ້ນແຟ້ນ ກັບລັດຖະບານ ຫວຽດນາມ ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງຜັນຂະຫຍາຍ, ປະຕິບັດບັນດາເນື້ອໃນຂໍ້ຕົກລົງທີ່ກອງປະຊຸມຄັ້ງທີ 40 ແລະ ກະກຽມບັນດາເນື້ອໃນໃຫ້ແກ່ ກອງປະຊຸມຄັ້ງທີ 41 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມື ຫວຽດນາມ - ລາວ ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ