ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສົ່ງຈົດໝາຍອວຍພອນປີໃໝ່ຂອງ ລາວ ແລະ ກຳປູເຈຍ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊົມເຊີຍບັນດາຜົນງານທີ່ປະເທດ ລາວ ບັນລຸໄດ້ໃນທຸກຂົງເຂດໃນໄລຍະຜ່ານມາ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສົ່ງຈົດໝາຍອວຍພອນປີໃໝ່ຂອງ ລາວ ແລະ ກຳປູເຈຍ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
(ພາບ: TTXVN)

        ເນື່ອງໃນໂອກາດບຸນປີໃໝ່ຂອງ ລາວ ແລະ ບຸນປີໃໝ່ Chol Chnam Thmay ຂອງ ກຳປູເຈຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍ ແລະ ກະເຊົ້າດອກໄມ້ເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານພັກປະຊາຊົນກຳ ປູເຈຍ, ປະທານສະພາສູງແຫ່ງລາຊະອານາຈັກ ກຳປູເຈຍ Hun Sen.

        ໃນຈົດໝາຍອວຍພອນທີ່ສົ່ງເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊົມເຊີຍບັນດາຜົນງານທີ່ປະເທດ ລາວ ບັນລຸໄດ້ໃນທຸກຂົງເຂດໃນໄລຍະຜ່ານມາ; ທ່ານເຊື່ອໝັ້ນວ່າ, ປະເທດຊາດ ແລະ ປະຊາຊົນ ລາວ ຈະຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ຍາດໄດ້ຜົນງານໃໝ່ຢ່າງໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິບັດ ລາວ ຢ່າງມີໄຊ, ຈັດກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໃຫ້ບັນລຸຜົນສຳເລັດ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ຫວຽດນາມ ສະໜັບສະໜູນ ລາວ ປະຕິບັດສຳເລັດໜ້າທີ່, ບົດບາດປະທານ ອາຊຽນ, ປະທານ AIPA ໃນປີ 2024, ປະກອບສ່ວນຍົກສູງທີ່ຕັ້ງຂອງ ລາວ ຢູ່ພາກພື້ນ ແລະ ໃນໂລກ.

        ໃນຈົດໝາຍອວຍພອນປີໃໝ່ Chol Chnam Thmay ສົ່ງເຖິງທ່ານປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງລາຊະອານາຈັກ ກຳປູເຈຍ Hun Sen, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊົມເຊີຍບັນດາຜົນງານທີ່ຍິ່ງໃຫຍ່, ສຳຄັນໃນທຸກຂົງເຂດເຊິ່ງ ກຳປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ, ທ່ານຢືນຢັນວ່າ, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ກຳປູເຈຍ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ບັນລຸປະສິດທິຜົນໃນຫຼາຍຂົງເຂດ, ເພື່ອຄວາມວັດທະນາຖາວອນ, ຄວາມຜາສຸກຂອງປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ