ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ: ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ແຫ່ງ​ກາ​ນ​ປ່ຽນ​ແປງ​ໃໝ່​ຂອງ​ລາວ ຢ່າງ​ແຮງ ແລະ ຮອບ​ດ້ານ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເນັ້ນໜັກວ່າ ຈະພ້ອມກັນປະຕິບັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ເພີ່ມພູນຄູນສ້າງ ແລະ ຖ່າຍທອດໃຫ້ແກ່ຄົນລຸ້ນຫຼັງກ່ຽວກັບສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ - ລາວ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ: ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ແຫ່ງ​ກາ​ນ​ປ່ຽນ​ແປງ​ໃໝ່​ຂອງ​ລາວ ຢ່າງ​ແຮງ ແລະ ຮອບ​ດ້ານ - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ

ວັນທີ 7 ທັນວາ, ຢູ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງລາວ ຢ່າງແຮງ  ແລະ ຮອບດ້ານ ແລະ ທ່ານເຊື່ອໝັ້ນວ່າ ດ້ວຍຈິດໃຈປະຫວັດສາດປະຕິວັດ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດ ລາວ, ການຊີ້ນຳຂອງລັດຖະບານ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ປະຊາຊົນລາວສືບຕໍ່ ໄດ້ຮັບບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກ່ວາອີກ ໃນພາລະກິດປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວຢ່າງມີໄຊ.

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສະເໜີ ສະພາແຫ່ງຊາດ ສອງປະເທດ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດ ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການ, ເພີ່ມທະວີການສົມທົບກັນກວດກາ, ຕິດຕາມກວດກາ, ຊຸກຍູ້ລັດຖະບານ ແລະ ບັນດາກະຊວງ,ຂະແໜງການ, ທ້ອງຖິ່ນ ປະຕິບັດບັນດາລາຍການ, ໂຄງການທີ່ໄດ້ຮັບການລົງນາມແລ້ວ ໃຫ້ເປັນຢ່າງດີ; ສືບຕໍ່ສະໜັບສະໜູນກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເວທີປາໄສລະຫວ່າງ ສະພາແຫ່ງຊາດ.

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເນັ້ນໜັກວ່າ ຈະພ້ອມກັນປະຕິບັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ເພີ່ມພູນຄູນສ້າງ ແລະ ຖ່າຍທອດໃຫ້ແກ່ຄົນລຸ້ນຫຼັງກ່ຽວກັບສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ - ລາວ. ການນຳສອງທ່ານສືບຕໍ່ຢັ້ງຢືນສາຍພົວພັນແບບພິເສດຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງ 2 ພັກ, 2 ຊາດ, ແມ່ນກົດເກນຄົງຕົວ ແລະ ພັດທະນາ, ແມ່ນການພົວພັນເປັນຕາຍ ແລະ ແມ່ນແຫຼ່ງກຳລັງສຳຄັນຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ