ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອວຍພອນບຸນເຕັດການນຳ, ອະດີດການນຳພັກ, ລັດ ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 7 ກຸມພາ, ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານການພົບປະສັງສັນ, ອວຍພອນບຸນເຕັດບັນດາການນຳ, ອະດິດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ. ເຂົ້າຮ່ວມເຫດການຍັງມີທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ປະທານສະພາແຫ່ງຊາດ ເວື່ອງດິ່ງເຫວະ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອວຍພອນບຸນເຕັດການນຳ, ອະດີດການນຳພັກ, ລັດ ຫວຽດນາມ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະ (ພາບ:  VGP)

ທີ່ການພົບປະ,  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມເຄົາລົບ, ຄວາມຮູ້ບຸນຄຸນຕໍ່ກັບການນຳລຸ້ນຕ່າງໆ, ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີການປະກອບສ່ວນອັນໃຫຍ່ຫລວງຕໍ່ພາລະກິດແຫ່ງການປ່ຽນແປງໃຫມ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດໃນຊຸມປີຜ່ານມາ ພ້ອມທັງສົ່ງຄຳອວຍພອນເຖິງພະນັກງານ, ນັກຮົບພວມປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ເຂດຊາຍແດນ, ເຂດທະເລໝູ່ເກາະຂອງປະເທດຊາດ ແລະ ເພື່ອຄວາມສະຫງົບປອດໄພໃຫ້ແກ່ປະຊາຊົນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນຫນັກວ່າ: ປີມະໂລງ 2024 ແມ່ນປີມີຄວາມໝາຍສຳຄັນໃນການປະຕິບັດບັນດາແຜນການພັດທະນາເສດຖະກິດ ສັງຄົມ ໄລຍະ 5 ປີ ຄືແຕ່ປີ 2021 – 2025, ສະນັ້ນ ທົ່ວລະບົບການເມືອງຄວນສືບຕໍ່ສູ້ຊົນສຳເລັດຢູ່ໃນລະດັບສູງບັນດາຫນ້າທີ່ພັດທະນາເສດຖະກິດ -  ສັງຄົມ,ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດ, ສືບຕໍ່ພັດທະນາບັນດາຂົງເຂດວັດທະນະທຳ, ການສືກສາ, ວິທະຍາສາດ,ເຕັກໂນໂລຊີ, ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຊີວິດສັງຄົມ ແລະສະຫວັດດີການສັງຄົມ, ເບິ່ງແຍງດູແລ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ຄຽງຄູ່ກັນນັ້ນ ເພີ່ມທະວີການປ້ອງກັນຊາດປ້ອງກັນຄວາມສະຫງົບ, ອະທິປະໄຕແຫ່ງຊາດ, ຮັບປະກັນຄວາມສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມແລະສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດໃຫ້ວ່ອງໄວ,ໝັ້ນຄົງ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃສ່ໃຈ:ຫນ້າທີ່ໃນຕໍ່ຫນ້າແມ່ນຍູ້ແຮງການຜະລິດດຳເນີນທຸລະກິດ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ນັກຮົບພວມປະຕິບັດຫນ້າທີ່ປົກປັກຮັກສາປະເທດຊາດຢູ່ເຂດຊາຍແດນ, ທະເລໝູ່ເກາະ, ເບິ່ງແຍງດູແລໃຫ້ປະຊາຊົນຕ້ອນຮັບບຸນເຕັດໃນບັນຍາກາດເບີກບານມ່ວນຊື່ນ, ປອດໄພ.

 

ຕອບກັບ

ຂ່າວ/ບົດ​ອື່ນ